ຫອຍທອດ ທະເລທອດ ເຄື່ອງແໜ້ນແປ້ງກອບ ພ້ອມນ້ຳແຈ່ວແຊບ

578

ມີໃຜທີ່ມັກກິນຫອຍທອດເປັນຊີວິດຈິດໃຈແດ່ ເພາະມື້ນີ້ຜູ້ຂຽນເອົາສູດການເຮັດຫອຍທອດທີ່ຄົບເຄື່ອງດ້ວຍຫອຍ ເຄື່ອງທະເລ ແລະ ທີ່ສຳຄັນຄືແປ້ງກອບ ແລະ ນ້ຳແຈ່ວແຊບ ບອກເລີຍວ່າຜູ້ທີ່ມັກກິນຕ້ອງຖືກໃຈສິ່ງນີ້ແນ່ນອນ ເວົ້າແລ້ວເຮັດໃຫ້ກຽມເຄື່ອງເຮັດວັດຖຸດິບໄປພ້ອມໆກັນເລີຍ.

May be an image of food and indoor

ສ່ວນປະສົມ

ແປ້ງຫອຍທອດ 1 ຖ້ວຍ

ນ້ຳ 1+1/2 ຖ້ວຍ

ເກືອ1/2 ບ່ວງຊາ

ພິກໄທ

ປາໝຶກ 2 ໂຕ

ຫອຍນາງລົມ ຫຼື ຫອຍແມງພູ່

ກຸ້ງ 8 – 10 ໂຕ

ໄຂ່ 2 ໜ່ວຍ

ຖົ່ວງອກ

ສ່ວນປະສົມນ້ຳແຈ່ວ

May be an image of 1 person and food

ຊັອດໝາກເຜັດ 3 ບ່ວງແກງ

ນ້ຳຈິ້ມໄກ່ 2 ບ່ວງແກງ

ວິທີເຮັດຫອຍທອດ

ສູດນີ້ຜູ້ຂຽນແມ່ນໃຊ້ແປ້ງຫອຍທອດແບບສຳເລັດຮູບປະສົມນ້ຳ ປຸງດ້ວຍເກືອ ແລະ ພິກໄທ

ຄ້າງໝໍ້ກະທະໃສ່ນ້ຳມັນ ໃຊ້ໄຟປານກາງ, ຈາກນັ້ນປະສົມແປ້ງ, ຫອຍ ແລະ ປາໝຶກ

ເມື່ອນ້ຳມັນຮ້ອນ ເອົາຫອຍລົງໄປທອດໄດ້ເລີຍ ແລ້ວເອົາກຸ້ງລົງໄປຈັດລຽງລົງໄປໃນໝໍ້

ຈາກນັ້ນໃສ່ໄຂ່ລົງໄປ 1 – 2 ໜ່ວຍ ຕາມຄວາມມັກເລີຍ ແລ້ວກໍທອດຈົນເຫຼືອງກອບດີ ຕາມດ້ວຍໃສ່ຖົ່ວງອກລົງໄປຜັດເລັກໜ້ອຍ

ຕໍ່ມາກໍເຮັດນ້ຳແຈ່ວໂດຍການປະສົມຊັອດໝາກເຜັດ ແລະ ນ້ຳແຈ່ວໄກ່ ປະສົມໃຫ້ເຂົ້າກັນ\

ແລ້ວກໍຕັກຫອຍທອດໃສ່ຈານພ້ອມເສີບຄູ່ກັບແຈ່ວແຊບລົດເດັດ ບອກເລີຍວ່າຟິນສຸດໆ.

ທີ່ມາ: https://cooking.kapook.com/view246321.html