ໄທເກີ ວູດ ບໍ່ຍອມຢຸດງ່າຍໆ ເລັ່ງຟື້ນຟູຂາຫັກ ຫວັງກັບມາລົງແຂ່ງຂັນອີກຄັ້ງໜຶ່ງ

347

ໄທເກີ ວູດ ອະດີດນັກກ໊ອຟມື 1 ຂອງໂລກ ບໍ່ຍອມຢຸດອາຊີບກ໊ອຟງ່າຍໆ ຫຼ້າສຸດພະຍາຍາມກັບມາສູ່ການແຂ່ງຂັນກ໊ອຟອາຊີບອີກຄັ້ງ ເຊິ່ງປັດຈຸບັນກໍາລັງຢູ່ໃນຂັ້ນຕອນຟື້ນຟູຮ່າງກາຍຈາກຂາຫັກ ຫຼັງປະສົບອຸບັດເຫດ.

ເມື່ອເດືອນກຸມພາ 2021 ໄທເກີ ວູດ ອາຍຸ 45 ປີຂັບລົດ SUV ເກີດອຸບັດເຫດພິກຂວໍ່າ ແລະ ໄດ້ຮັບບາດເຈັບສາຫັດ ໂດຍສະເພາະກະດູກຂາຫັກຫຼາຍຈຸດ ເຊິ່ງປັດຈຸບັນ ໄທເກີ ວູດ ກໍາລັງທໍາກາຍະພາບບໍາບັດ.

ຫຼ້າສຸດ ສະຕີຟ ສະຕຣິກເກີ ເພື່ອນສະໜິດ ແລະ ຫົວໜ້າທີມຊາດ ສະຫະລັດອາເມຣິກາ ຊຸດລຸຍລາຍການ ໄຣເດີ ຄັບ 2021 ຢືນຢັນວ່າ: ຂ້ອຍໄດ້ສົນທະນາກັບ ໄທເກີ ວູດ ຫຼາຍໆຄັ້ງ, ລາວເປັນສ່ວນໜຶ່ງຂອງຄອບຄົວ ໄຣເດີ ຄັບ, ລາວບໍ່ສາມາດເຮັດໜ້າທີ່ຊ່ວຍຫົວໜ້າທີມຄັ້ງນີ້ໄດ້ ເພາະລາວກໍາລັງທໍາກາຍະພາບບໍາບັດ ເພື່ອໃຫ້ອາການດີຂຶ້ນ ແລະ ກັບມາຫຼິ້ນກ໊ອຟໄດ້ອີກຄັ້ງ ແນ່ນອນທຸກຢ່າງກໍາລັງໄປໄດ້ດີ.