ຫນຶ່ງດຽວທີ່ຕັ້ງຄວາມຫວັງກັບເວທີປະກວດຊາຍງາມ ເພື່ອສ້າງໃບຫນ້າອັນໃຫມ່ໃຫ້ກໍາລັງ ປກສ

2343

ຫນຸ່ມຫລໍ່ຄວາມສາມາດຄົບ ປະສົບການແຫນ້ນ ໄຊຍັນໂຕ​ ຍົດລືໄຊ ຫລື​ ໂຕ​ mister12​ ລູກຫລານຄົນເມືອງງອຍ ແຂວງຫລວງພະບາງ ປັດຈຸບັນອາຍຸ 24ປີ ນອກຈາກ​ເປັນຕຳຫຼວດຍັງມີອາຊີບເສີມຄື ເປັນເທຣນເນີສອນອອກກຳລັງກາຍ​ ແລະ​ ເປັນ​ນາຍແບບ​ອີກດ້ວຍ​ ໂດຍປະຈຸບັນເປັນຜູ້ເຂົ້າປະກວດ Mister Laos Mister International Laos 2021.

ທີ່ຜ່ານມາຫນຸ່ມໂຕເຄີຍເຂົ້າຮ່ວການປະກວດມາຫລາຍເວທີດ້ວຍກັນ ບໍ່ວ່າຈະເປັນເວທີ ​MR &​ MS​ FITNESS LAO​ 2019 by Vientiane Fitness Co.,LTD , ການແຂ່ງຂັນກິລາເພາະກາຍຊາຍ ແລະ​ ຍີງຫຸ່ນງາມຊີງແຊ້ມປະເທດລາວ 2019​ ຊິງຂັນທ່ານລັດຖະມົນຕີກະຊວງສືກສາທິການ​ ແລະ​ ກິລາ​ ເຊີ່ງຕິດ1 ໃນ 20ຄົນຂອງປະເທດ ລຸ້ນ​ຊາຍຫຸ່ນງາມ ລຸ້ນສ່ວນສູງເກີນ171 ຊັງຕີແມັດຂື້ນໄປ ແລະ ນອກນີ້ຍັງເຄີຍ​ແຂ່ງຂັນ​ ປະກວດການເວົ້າຕໍ່ຫນ້າມວນຊົນ ໃນຫົວຂໍ້ ‘’ເວົ້າເພື່ອຊາດ ແບ່ງນ້ຳໃຈໃຫ້ຜູ້ປະສົບໄພ ໃນທ້າຍປີ2019 ເຊີງໄດ້ເຂົ້າຮອບ20ຄົນ ຈາກຄົນເຂົ້າແຂ່ງຂັນທົ່ວປະເທດ ແລະ​ ໄດ້ໃບຍ້ອງຍໍ ຈາກ​ຫົວຫນ້າ​ກົມຂະບວນການຊາວຫນຸ່ມ​ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ເຄີຍປະກວດນາຍແບບ​ເດີນແບບເວທີນ້ອຍເວທີໃຫຍ່ກໍຫລາຍບໍ່ວ່າຈະເປັນ The Survival Laos ,Mister Power man​ Laos ແລະ Laos Fashion Week ອີກດ້ວຍ.

ຄວາມໄຝ່ຝັນໃນເວທີນີ້ແມ່ນ ຢາກໃຫ້ຫລາຍຄົນຮູ້ຈັກ, ຢາກເປັນຄົນທີ່ມີຊື່ສຽງໃນລະດັບຕົ້ນໆຂອງປະເທດ ເພື່ອທີຈະສະແດງຄວາມສາມາດໃນດ້ານຕ່າງໆໃຫ້ຫລາຍຄົນໄດ້ຮັບຮູ້ ແລະ ເພື່ອເປັນແບບຢ່າງທີດີໃຫ້ກັບຄົນອື່ນ ເປັນຕົວຢ່າງທີ່ດີຂອງສັງຄົມ, ຊ່ວຍເຫລືອສັງຄົມ ແລະ​ ນ້ອງເອງຢາກພັດທະນາ ວົງການບັນເທີງລາວໃຫ້ໂດ່ງດັງໄປສູ່ສາຍຕາຊາວໂລກຮັບຮູ້ວ່າ ຊາດລາວບໍ່ໄດ້ໜ້ອຍໜ້າຊາດໃດໃນໂລກ.

ຄວາມສາມາດຂອງຕົນເອງທີຢາກຈະໂຊອອກສູ້ສາຍຕາທຸກຄົນຄື​:ສີລະປະຍຸດການຕໍ່ສູ້ການປ້ອງກັນຕົວຂອງ ກຳລັງ​ ປກສ​ ເຊີ່ງເປັນວິຊາຂະແຫນ່ງຫນື່ງ ທີ່ບົງບອກເຖີ່ງຄວາມແຂ່ງແຮງ ຂອງກຳລັງ​ ປກສ​ ລາວ​ ທີຢູ່ຄຽງຄູ່ກັບຊາວຫນຸ່ມເຮົາມາດົນຫນານ ແລະ​ ເປັນອີກສີ່ງຫນື່ງທີ່ບົງບອກເຖີ່ງ ຄວາມເປັນຊາຍ ເປັນຜູ້ນຳ​ ດັງຄຳສຸພາສິດລາວທີ່ໄດ້ກ່າວໄວ້ວ່າ:ຜູ້ຊາຍຄືຊ້າງທ້າວຫນ້າ ນ້ອງເອງກໍຢາກຈະນຳວັດທະນະທຳ ແລະ​ ຄວາມເປັນລາວນີ້ໄປເຜີຍແຜ່ ໃຫ້ສາກົນໄດ້ຮັບຮູ້.​

ຈຸດເດັ່ນຂອງຕົນເອງຄິດວ່າ ມີຮ່າງກາຍສວຍງາມ​ ( ຫຸ່ນ )​ ເພາະຜ່ານການເຝີກຝົນມາຢ່າງ ຫນັກເປັນເວລາດົນພໍສົມຄວນ ນອກຈາກຮ່າງກາຍແລ້ວກໍຈະແມ່ນສີລະປະການປາກເວົ້າ ເພາະເວລານ້ອງໄດ້ສົນທະນາ​ ຫລື ລົມນໍາໃຜກໍມັກຈະຍີ້ມ, ຫົວຕະຫລອດ​ ເປັນຄົນເວົ້າເຂົ້າໃຈງ່າຍ, ຕົງໄປຕົງມາ ບວກກັບການເປັນຄົນລ່າເລີງ ອອກຈະຂີ້ດື້ກວນໆ​ມັກຢອກ, ມັກຟັງ, ປາກໄວໃຈເຖິງ ນ້ອງຄິດວ່ານີ້ແລມັນຄືສະເຫນ່ອີກຢ່າງທີ່ໂຕນ້ອງມີ ນ້ອກຈາກນີ້ກໍຄື​ ນ້ອງມີມະນຸດສຳພັນທີ່ດີ​ເປັນມິດຕໍ່ທຸກຄົນ ມີການຊ່ວຍເຫລືອກັນພາຍໃນກອງ ແລະ​ ນີ້ເອງທີ່ນ້ອງຄິດວ່າຈະເອົາຊະນະໃຈກຳມະການເພື່ອທີ່ຈະໄດ້ລາງວັນໃດລາງວັນຫນື່ງໃນ​ເວທີນີ້.

ສ່ວນການກຽມຕົວຂອງນ້ອງເອງ ດັ່ງທີຮູ້ກັນດີວ່າ ເວທີນີ້​ເປັນເວທີປະກວດລະດັບເທດ ສະນັ້ນການກຽມຕົວກ່ອນທີ່ຈະເຂົ້າປະກວດກໍຄື: ການກຽມຄວາມພ້ອມທາງດ້ານ, ຮ່າງກາຍ​ ແລະ​ ຈິດໃຈ​ ບໍ່ວ່າຈະເປັນການຟິດຫຸ່ນ​, ການເຝີກຮຽນພາສາການເວົ້າພາສາອັງກິດ ການວາງໂຕການຕອບຄຳຖາມ ແລະ ຊອກຮູ້ວິຊາຄວາມຮູ້ຮອບໂຕຕ່າງໆ​ ແລະ​ ຖ້າໄດ້ຕຳແຫນ່ງ ນ້ອງຢາກປະກອບສວນເພື່ອຊ່ວຍເຫລືອສັງຄົມຄື: ສີ່ງທຳອິດທີນ້ອງຈະລະນຶກເຖິງຢູ່ສະເຫມີກໍຄືການສຳນືກບຸນຄຸນ ເພາະເວທີນີ້ເປັນເວທີທີ່ໃຫ້ຫລາຍກວ່າການແຂ່ງຂັນ ມັນມີທັງມິດຕະພາບຈາກຫມູ່ເພື່ອນ ອ້າຍເອື້ອຍນ້ອງ​ ຜູ້ຫລັກຜູ້ໃຫຍ່ທັງຫລາຍ​ ແລະ​ ນ້ອງເອງກໍຈະເປັນແບບຢ່າງທີ່ດີ ໃຫ້ແກ່ສັງຄົມ ບໍ່ວ່າຈະເປັນການໃຊ້ຊີວິດໃຫ້ມີສະຕິລະວັງຕົວຢູ່ສະເຫມີ. ທີ່ສຳຄັນຄືການເປັນຫນ້າເປັນຕາໃຫ້ແກ່ຄອບຄົວວົງຕະກູນ ເປັນໃບຫນ້າໃບຫນ້າໃຫ້ແກ່ ກົມກອງ​ກຳລັງ​ ປກສ​ ແລະ​ ເປັນໃບຫນ້າອັນໃຫມ່ ໃຫ້ແກ່ກອງປະກວດໃນຄັ້ງນີ້.​

​ ຄໍາຄົມ ຂອງນ້ອງເອງເວລາມີຄົນມັກຖາມ​ ນ້ອງໂຕຄືເວົ້າເກັ່ງແທ້​ ໄປຮຽນມາແຕ່ໃສ ແຕ່ທີຈີງແລ້ວນ້ອງຮຽນດ້ວຍຕົນເອງ ແລະກໍມັກຈະຕອບຄຳນີ້ໄປວ່າ ຖ້າເຮົາ​ “ເວົ້າເກັ່ງ” ຈະ​ເຮັດໃຫ້ຄົນ​ເຂົ້າໃຈ​ເຮົາ ແຕ່​ຖ້າເຮົາ​ “ຟັງເກັ່ງ”​ ຈະເຮັດໃຫ້ເຂົ້າໃຈຄົນ​ ສວນຄະຕິປະຈຳໃຈຄື ‘’ຮັກໂຕເອງ​ ເປັນ​ໂຕຂອງໂຕເອງ​ ເຮັດແຕ​່ສີ່ງດີດີໃ​ຫ້ກັບໂຕເອງ​ ແລະ​ ເຮັດສີ່ງທີເກີດປະໂຫຍດແກ່ຄົນອື່ນ’’​

ໂດຍພື້ນຖານແລ້ວນ້ອງຈະເປັນຄົນຮັກສາສຸຂະພາບເປັນທືນເດີມຢູ່ແລ້ວ ຍາມວ່າງຈຶ່ງມັກເຂົ້າຟິດເນັດ ແລະ ຫລິ້ນກິລາ ນອກນີ້ ນ້ອງຍັງມັກ​ດື່ມກະເຟ ໄປນັ່ງຊີວຮ້ານຄາເຟຕ່າງໆ ມັກຖ່າຍຮູບ​ ແລະ ກິລາອີກປະເພດຫນື່ງທີນ້ອງມັກກໍຄືຍີງປືນ, ຂື້ນພູທອງທ່ຽວຊົມທຳມະຊາດ ສຸດທ້າຍຂໍຝາກ ທຸກຄົນ​ເປັນກຳລັງໃຈຕິດຕາມຜົນງານຂອງນ້ອງຊ່ວຍເຊຍ, ຊ່ວຍກົດໄລ, ກົດແຊ ໃຫ້ນ້ອງ​ແນ່ເດີ​ ຖີ້ມທ້າຍດ້ວຍຄໍາຄົມທີວ່າ​ “ຈົງເປັນຄົນດີທີເຄີຍຊົ່ວ”​ “ບໍ່ແມ່ນເປັນຄົນຊົວທີເຄີຍດີ”​ ຊ່ອງທາງການຕິດຕາມ Ylx To Yayyanto.

 

ຮູບ: Ylx To Yayyanto