ອິນເຕີ ມິລານ ເປີດຕົວຊຸດແຂ່ງທີ 3 ທີ່ຈະໃຊ້ໃນລະດູການ 2021-2022

405

ອິນເຕີ ມິລານ ສະໂມສອນຍັກໃຫຍ່ໃນກັລໂຊ ເຊເຣຍ ອາ ອິຕາລີ ຈັບມືກັບໄນກີ້ ຜະລິດຕະພັນກີລາລະດັບໂລກ ເປີດຕົວເສື້ອແຂ່ງຊຸດທີ 3 ທີ່ຈະໃຊ້ໃນລະດູການ 2021-2022 ຢ່າງເປັນທາງການ.

ຊຸດດັ່ງກ່າວ ໃຊ້ສີເສຶ້ື້ອເປັນພື້ນດໍາ ພ້ອມກັບແຖບສີສັນສົດຢູ່ບໍລິເວນກາງໜ້າເອິກສະແດງເຖິງການຍອມຮັບໃນຄວາມຫຼາກຫຼາຍຂອງສັງຄົມ, ການລວມເປັນໜຶ່ງ ແລະ ຄວາມສະເໝີພາບ ເຊິ່ງເປັນສ່ວນໜຶ່ງໃນ DNA ຂອງສະໂມສອນນັບຕັ້ງແຕ່ສ້າງຕັ້ງສະໂມສອນ ເມື່ອປີ 1908.

ສ່ວນແພເສື້ອແມ່ນເຮັດຈາກ ໂພລີເອສເຕີ ທີ່ຣີໄຊເຄິລຈາກຂວດພລາສຕິກ 95% ໂດຍເນັ້ນການຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງຈະວາງຈໍາໜ່າຍໃຫ້ແຟນບານໄດ້ຈອງໃນວັນທີ 17 ກັນຍາ 2021.