ຄະນະສະເພາະກິດອອກຄໍາແນະນໍາກ່ຽວກັບການຈັດງານເຮືອນດີ ແລະ ສົ່ງສະການ ປະຕິບັດຕາມນີ້

1656

ໃນປະຈຸບັນ ສະພາບການລະບາດຂອງພະຍາດ COVID-19 ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການປະຕິບັດໄລຍະຫ່າງ ແລະ ການປ້ອງກັນຕົນເອງຈາກການຕິດເຊື່ອ, ການແຜ່ເຊື້ອ ແມ່ນມາດຕະການອັນສໍາຄັນ ທີ່ຈະຕ້ອງປະຕິບັດ, ງານຊາປະກິດສົບ ແມ່ນງານຫນຶ່ງ ທີ່ມີການເຕົ້າໂຮມຄືນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງທີ່ຈະແຜ່ເຊື້ອ ແລະ ຕິດເຊື້ອພະຍາດ.
ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກຄໍາແນະນໍາ ດັ່ງນີ້

ไม่มีคำอธิบายรูปภาพ

ສໍາລັບສະຖານທີ່ຈັດງານເຮືອນດີ
1 ຈັດຕັ້ງໃຫ້ມີການວັດແທກອຸນຫະພູມຢູ່ປະຕູທາງເຂົ້າງານ, ມີຜ້າອັດປາກ-ດົງ, ເຈວລ້າງມື ແລະ ເຫຼົ້າສໍາລັບຂ້າເຊື້ອ – ໄວ້ປະຕູທາງເຂົ້າ;
2 ສະຖານທີ່ຕັ້ງໂລງສົບ ຄວນຢູ່ຫ້ອງທີ່ບໍ່ແອອັດ ມີການລະບາຍອາກາດເປັນຢ່າງດີ;
3 ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລະຫວ່າງເຈົ້າພາບ ແລະ ແຂກທີ່ມາຮ່ວມກິນທານ
4 ສໍາລັບຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາຕົວ ແມ່ນຜູ້ທີ່ມີຄວາມສ່ຽງສູງ ຕ້ອງໄດ້ປະຕິບັດມາດຕະການການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ໂດຍເວັ້ນໄລຍະຫ່າງ ແລະ ຈໍາກັດເວລາການເຂົ້າຮ່ວມໃນງານ

อาจเป็นรูปภาพของ ข้อความ

5 ຈັດຫາບ່ອນລ້າງມືດ້ວຍນ້ໍາສະອາດພ້ອມສະບູ, ເຈ້ຍເຊັດມືສໍາລັບແຂກ, ຖັງຂີ້ເຫຍື້ອທີ່ມີຝາປິດ, ຕິດປ້າຍເຕືອນທຸກຕົ້ນລ້າງມືເລື້ອຍໆ;
6 ທຸກຄົນທີ່ມາຮ່ວມໃນງານ ຫຼື ຮັບໃຊ້ ໃນງານ ຕ້ອງໄດ້ໃສ່ຜ້າອັດປາກ-ຕັ້ງ ຕະຫຼອດເວລາ, ຫມັ່ນລ້າງມືໃສ່ສະບູ
ດ້ວຍນ້ໍາສະອາດ ຫຼື ເຈວລ້າງມືທີ່ມີປະສົມທາດເຫຼົ້າ 70% ຂຶ້ນໄປ ແລະ ຮັກສາໄລຍະຫ່າງ
7 ຈັດບ່ອນນັ່ງໃຫ້ພະສົງ, ເຈົ້າພາບ, ແຂກທີ່ມາຮ່ວມໃນງານ ໃຫ້ມີໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ
8 ພິທີການຕ່າງໆ ຄວນເຮັດໃຫ້ກະທັດຮັດ ແລະ ໃຊ້ເວລາສັ້ນ
9 ໃນແຕ່ລະວັນເຈົ້າພາບ ຕ້ອງໄດ້ປະຕິບັດຫຼັກການອະນາໄມ ແລະ ຂ້າເຊື່ອ, ກໍາຈັດຂີ້ເຫຍື້ອຢ່າງຖືກວິທີ

ສໍາລັບແຂກທີ່ມາຮ່ວມໃນງານ
1 ແຂກທຸກທ່ານທີ່ມາອົບອຸ່ນຢູ່ໃນສະຖານທີ່ງານສົບ ຕ້ອງໄດ້ຜ່ານກັ່ນກອງໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື, ຖ້າມີອຸນຫະພູມເກີນ 37,5 ອົງສາ ຫຼື ມີອາການທາງລະບົບຫາຍໃຈ ແລະ ເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ
2 ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ຕັ້ງ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 1 ແມັດ, ອະນາໄມມືເລື່ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ

3 ລ້າງມືທຸກຄັ້ງກ່ອນ ແລະ ຫຼັງຮັບປະທານອາຫານ, ການນັ່ງຮັບປະທານອາຫານຕ້ອງຮັບປະກັນການຮັກສາໄລຍະຫ່າງ, ບໍ່ໃຫ້ໃຊ້ຈອກ, ຈານ, ຖ້ວຍ, ບ່ວງ, ສ້ອມ ຫຼື ໄມ້ດູ່ ຮ່ວມກັບຄົນອື່ນ, ອາຫານຕ້ອງສຶກດີ ແລະ ປະຕິບັດຖືກຕ້ອງຕາມຫຼັກການອະນາໄມ
4 ຫ້າມຫຼິ້ນການພະນັນທຸກປະເພດໃນງານ;
5 ກ່ອນຈະອອກຈາກງານສົບຕ້ອງລ້າງມືຕ້ວຍເຫຼົ້າ 75% ຫຼື ເຈວລ້າງມື.

ສໍາລັບສະຖານທີ່ຊາປະນາກິດສົບ
1 ຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ຕ້ອງມີການກະກຽມສະຖານທີ່ ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ ແນ່ໃສ່ບໍ່ໃຫ້ມີຄວາມແອອັດຂອງຜູ້ເຂົ້າມາຮ່ວມໃນງານ ໂດຍມີການຈັດສັນທາງເຂົ້າ-ອອກ ແລະ ປະກາດໃຫ້ແຂກທີ່ເຂົ້າມາຮ່ວມໃນງານ ໄດ້ພ້ອມກັນປະຕິບັດຢ່າງເຄັ່ງຄັດ
2 ຕ້ອງກະກຽມຜ້າອັດປາກ-ດັງ ສໍາຮອງໄວ້ ເພື່ອໃຫ້ທຸກທ່ານທີ່ເຂົ້າມາຮ່ວມໃນງານໄດ້ໃສ່ຜ້າອັດປາກ-ດັ່ງ
3 ປະຕິບັດໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ ໃນເວລານຶ່ງ ແລະ ເວລາຍ່າງໄປວາງດອກໄມ້ທູບທຽນ

4 ຫຼັງຈາກສໍາເລັດການວາງດອກໄມ້ທູບທຽນ ຕ້ອງລ້າງ ແລະ ຂ້າເຊື້ອດ້ວຍເຫຼົ້າ 75% ຫຼື ເຈວລ້າງມື ເຊິ່ງຫາງຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ໄດ້ກຽມໄວ້ໃຫ້ຢູ່ທາງອອກ;
5 ຕ້ອງມີການເກັບມ້ຽນ ແລະ ກໍາຈັດຂີ້ເຫຍື້ອ ຢູ່ໃນງານຊາປະນາກິດສົບ ຢ່າງຖືກວິທີ.

ສໍາລັບສະຖານທີ່ເລິກມົງຄຸນ
1 ຜູ້ທີ່ເຂົ້າມາຮ່ວມໃນງານ ຕ້ອງໄດ້ຜ່ານການກັນກອງ ໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື, ຖ້າອຸນຫະພູມເກີນ 37,5% ອົງສາ ຫຼື ມີອາການຫາງລະບົບຫາຍໃຈ ແລະ ເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ
2 ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ຕັ້ງ, ເວັ້ນໄລຍະຫ່າງຢ່າງ ນ້ອຍ 1 ແມັດ, ອະນາໄມ ລ້າງມືເລື່ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ
3 ການໃສ່ບາດໃຫ້ມີການຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ