ຍອດສົ່ງອອກກາເຟຂອງບຣາຊິນ ຫຼຸດລົງ 27%

159

ສະມາຄົມຜູ້ສົ່ງອອກກາເຟ ແຫ່ງບຣາຊິນ ( Cecafe ) ລາຍງານວ່າ: ປະລິມານການສົ່ງອອກກາເຟຂອງບຣາຊິນ ເຊິ່ງເປັນຜູ້ຜະລິດກາເຟລາຍໃຫຍ່ທີ່ສຸດໃນໂລກ ຫຼຸດລົງ 27% ໃນເດືອນສິງຫາ 2021 ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ຢູທີ່ 2,33 ລ້ານຖົງ ( ຖົງລະ 60 kg ) ເນື່ອງຈາກບັນຫາດ້ານການຂົນສົ່ງ ໂດຍສະເພາະການຂາດແຄນຕູ້ຄອນເທັນເນີ.

ລາຍງານປະຈຳເດືອນຂອງ Cecafe ລະບຸວ່າ: ບຣາຊິນ ບໍ່ສາມາດຈັດສົ່ງກາເຟປະມານ 3,5 ລ້ານຖົງໄດ້ທັນໃນປີນີ້ ເນື່ອງຈາກມີບັນຫາດ້ານການຂົນສົ່ງ ເຊິ່ງຈະສົ່ງຜົນໃຫ້ອຸດສາຫະກຳສົ່ງອອກກາເຟຂອງບຣາຊິນສູນເສຍລາຍໄດ້ໄປປະມານ 500 ລ້ານໂດລາສະຫະລັດ, ນອກຈາກນີ້ຍອດສົ່ງອອກໃນເດືອນສິງຫາ ຖືວ່າເປັນເດືອນທີ່ສົ່ງອອກໜ້ອຍທີ່ສຸດໃນຮອບກວ່າ 1 ປີ.

ສະມາຄົມຜູ້ສົ່ງອອກກາເຟລະບຸອີກວ່າ: ວິກິດການຄັ້ງນີ້ສົ່ງຜົນໃຫ້ຄ່າມັດຈຳການສັ່ງຈອງເພີ່ມຂຶ້ນ ອີກທັງຍັງມີການຍົກເລີກການຈອງຊ້ຳ ແລະ ເກີດມີຄວາມຫຍຸ້ງຍາກໃນການຂໍຈອງຕູ້ຄອນເທັນເນີ.

ລາຍງານລະບຸວ່າ: ປະມານ 40 – 50% ຂອງປະລິມານກາເຟທັງໝົດຕ້ອງປະເຊີນກັບການຂໍເລື່ອນກຳນົດການຂົນສົ່ງທີ່ທ່າເຮືອ ໃນໄລຍະ 3 ເດືອນຜ່ານມາ ເມື່ອທຽບກັບ 10 – 20% ເມື່ອໄລຍະຕົ້ນປີຜ່ານມາ.

ບຣາຊິນ ມີສ່ວນແບ່ງທາງຕະຫຼາດຂອງກາເຟໂລກ ເກືອບ 40%, ດັ່ງນັ້ນຄວາມຫຼ້າຊ້າຂອງການຂົນສົ່ງອາດຂັດ ຂວາງການດຳເນີນງານຂອງຜູ້ປະກອບການກາເຟບາງລາຍໃນສະຫະລັດ ແລະ ເອີຣົບ ເຊິ່ງເປັນລູກຄ້າລາຍໃຫຍ່ທີ່ສຸດຂອງບຣາຊິນ.