ແຕ່ງຕັ້ງ ທ່ານ ສຸລິຍາ ຄຳວົງສາ ຂຶ້ນເປັນ ຫົວໜ້າສູນບໍລິການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

375

ໃນວັນທີ 14ກັນຍາຜ່ານມາ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປະກາດການຈັດຕັ້ງ ຫົວໜ້າສູນບໍລິການຈັດຫາງານຜູ້ໃໝ່ ໂດຍຕົກລົງແຕ່ງຕັ້ງ ທ່ານ ສຸລິຍາ ຄຳວົງສາ ຂຶ້ນເປັນ ຫົວໜ້າສູນບໍລິການຈັດຫາງານ , ທັງໄດ້ບົ່ງໂຕແຕ່ງຕັ້ງ ເປັນເລຂາໜ່ວຍພັກສູນບໍລິການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ສ່ວນຜູ້ເກົ່າແມ່ນໄປຮັບໜ້າທີ່ໃໝ່.

ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມ ຊົມເຊີຍຕໍ່ ຄະນະສູນທັງໃໝ່ ແລະ ເກົ່າ ,ພ້ອມ ພະນັກງານຫລັກແຫລ່ງ ໂດຍກ່າວວ່າ: ເພື່ອແນ່ໃສ່ເຮັດສຳເລັດພາລະໜ້າທີ່ວຽກງານສຳຄັນດັ່ງກ່າວ ທີ່ພັກ ແລະ ລັດມອບໝາຍໃຫ້ຂ້າງເທິ່ງນັ້ນ, ພວກສະຫາຍ ກໍຕ້ອງໄດ້ສືບຕໍ່ປັບປ່ຽນທັດສະນະຄະຕິໃໝ່, ປັບປ່ຽນຫລັກການ ແລະ ລະບອບແບບແຜນວິທີນຳພາ ແລະ ວິທີເຮັດວຽກໃໝ່ໃຫ້ສົມຄູ່ກັບໜ້າທີ່ໃໝ່ ໃຫ້ກາຍເປັນການນຳທີ່ດີຂອງພັກ ແລະ ລັດເຮົາ ເປັນຕົ້ນ ສືບດ້ານການເມືອງ-ແນວຄິດ ຕ້ອງໜັກແໜ້ນມີຫລັກໝັ້ນ, ບໍ່ຄອນແຄນຕໍ່ບັນຫາຕ່າງໆທີ່ເກີດຂຶ້ນ, ຕ້ອງໄດ້ເພີ່ມທະວີໃຫ້ມີຄວາມສະຫງົບ ແລະ ມີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ໃຫ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ນຳພາ ແລະ ເຮັດວຽກເປັນໝູ່ຄະນະ, ປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ, ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ, ສະຫລຸບ, ຕີລາຄາ, ປະເມີນຜົນ, ທອດຖອນບົດຮຽນນໍາກັນເລື້ອຍໆ ແລະ ບັນຫາອື່ນໆ.


ທ່ານ ຍັງໄດ້ເນັ້ນຕື່ມອີກວ່າ: ເພື່ອເຮັດສຳເລັດໜ້າທີ່ການເມືອງ, ທັງວຽກວິຊາສະເພາະ ອັນສູງສົ່ງ ທີ່ໄດ້ຮັບມອບ ໝາຍຈາກພັກ ແລະ ລັດ ຄັ້ງນີ້, ໃນນາມຕາງໜ້າຄະນະນຳກະຊວງ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພວກສະຫາຍ ຈົ່ງຕັ້ງໜ້າເອົາໃຈໃສ່ນຳພາ ແລະ ຊີ້ນຳວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ນີ້ ໃຫ້ໄດ້ຮັບສຳເລັດຜົນເປັນຢ່າງດີ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກທັງໝົດພາຍໃນສູນ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມືສະໝັບສະໜູນ ຊ່ວຍເຫລືອ ສະຫາຍ ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ຮັບມອບໝາຍຈາກພັດ-ລັດຖະບານ ໃຫ້ມີຜົນສຳເລັດເປັນຢ່າງດີ.

ທີ່ມາ: ຂ່າວສານ ຮສສ