ປະທານປະເທດ ແຕ່ງຕັ້ງທູດ, ຜູ້ຕາງໜ້າຖາວອນ ຂອງ ສປປ ລາວປະຈຳອາຊຽນໄປປະຈຳຢູ່ອິນໂດເນເຊຍ

812

ໃນວັນທີ 15 ກັນຍາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ ທ່ານ ບໍວອນທັດ ດວງຈັກ ໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ປະຈຳ ອາຊຽນ, ເຊິ່ງມີສຳນັກງານຕັ້ງຢູ່ ຈາກາຕາ ປະເທດອິນໂດເນເຊຍ.


ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ບໍວອນທັດ ດວງຈັກ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປປະຕິບັດໜ້າທີ່ການທູດ ແລະ ເປັນຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ປະຈຳອາຊຽນ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະການປະທິບັດໜ້າທີ່ເປັນຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈຳອາຊຽນ ໃຫ້ເກີດປະໂຫຍດ ສູງສຸດແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງປະເທດ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ພ້ອມດຽວກັນນັ້ນ, ຍັງເປັນການສະແດງໃຫ້ເຫັນເຖິງຄວາມສຳຄັນທີ່ ສປປ ລາວ ມີຕໍ່ອາຊຽນ ແລະ ຍົກສູງບົດບາດຂອງຜູ້ຕາງໜ້າຖາ ວອນ ຂອງ ສປປ ລາວ ຢູ່ໃນເວທີສາກົນ ແລະ ພາກພື້ນ. ທ່ານ ບໍວອນທັດ ດວງຈັກ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານ ທອງລຸນ ສີສຸລິດ ກໍຄື ການນຳພັກ-ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈຳອາຊຽນ, ພ້ອມທັງຢືນຢັນວ່າ ຈະສຸມທຸກຄວາມພະ ຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດມາສູ່ປະເທດຊາດ.


ຂ່າວຈາກ: ຂປລ