ເຜົ່າອາຄາຈັດບຸນກີນຈຽງ ຂີ່ໂອນໂລ້ງຊາ ປະເພນີທີ່ຄວນສືບທອດ

464

ບຸນກິນຈຽງ ເປັນບຸນປະຈຳປີຂອງເຜົ່າອາຄາເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມຜູກພັນໝັ້ນຄົງໃນວົງສາຄະນາຍາດຂອງປະຊາຊົນເຜົ່າອາຄາ ເປັນໂອກາດດີໃຫ້ຍາດຕິພີ່ນ້ອງທີ່ຢູ່ໃກ້ໄກໄດ້ມາພົບປະສັງສັນ ແລະ ເພື່ອເຮັດພິທີກຳ, ກິດຈະກຳ ລະນຶກເຖິງບັນພະບູລຸດ ແຕ່ເນື່ອງຈາກປັດຈຸບັນມີການແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ງານບຸນດັ່ງກ່າວນັ້ນ ມີຂີດຈຳກັດໃນຫຼາຍດ້ານ.

ລະຫວ່າງ ວັນທີ 11-14 ກັນຍາ 2021 ຜ່ານມານີ້ ບ້ານມອນແຫຼມ ແລະ ບ້ານໂພນສະຫວ່າງ ເມືອງເມິງ, ແຂວງບໍ່ແກ້ວ ໄດ້ຈັດພິທີຫຼີ້ນບຸນກີນຈຽງຂີ່ໂອນໂລ້ງຊາ ຫຼື ເອີ້ນຕາມພາສາອາຄາວ່າ: ລາເຊີໂຈະ ຕາມຮີດຄອງປະເພນີ ປະຈໍາປີ 2021

ຕາມການບອກເລົ່າ ຂອງເຈົ້າກົກເຈົ້າເລົ່າພາຍໃນບ້ານໃຫ້ຮູ້ວ່າ: ການຈັດພິທີຫຼີ້ນບຸນກີນຈຽງຂີ່ໂອນໂລ້ງຊາ ປະຈໍາປີ 2021 ນີ້ ແມ່ນໄດ້ປະຕິບັດຕາມມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ 19 ຂອງຄະນະສະເພາະກິດຂັ້ນເມືອງວາງອອກຢ່າງເຂັ້ມງວດ ເພື່ອໃຫ້ປອດໄພຈາກພະຍາດໂຄວິດ 19.

ເຊິ່ງວ່າ, ທາງອົງການປົກຄອງບ້ານ, ປະຊາຊົນບັນດາເຜົ່າພາຍໃນບ້ານ ກໍ່ໄດ້ຈັດໃຫ້ມີການຫຼີ້ນບຸນກີນຈຽງ ແລະ ບຸນຂີ່ໂອນໂລ້ງຊາ ຫຼື ເອີ້ນຕາມພາສາອາຄາວ່າ: ລາເຊີໂຈະ ໂດຍເນັ້ນການຫຼິ້ນຕາມຮີດຄອງປະເພນີເທົ່ານັ້ນ ເພາະໃນປີໜຶ່ງໆ ຫຼັງຈາກທີ່ເຂົ້າໄຮ່, ເຂົ້ານາ ເລີ່ມຖອກຮວງ ຈິ່ງໄດ້ຈັດໃຫ້ມີການຫຼີ້ນບຸນກີນຈຽງນີ້ຂຶ້ນໃນທຸກໆປີຕັ້ງແຕ່ບັນພະບູລຸດ ຈົນມາຮອດປັດຈຸບັນ.

ຫຼັງຈາກຫຼິ້ນບຸນນີ້ແລ້ວ ຄູ່ບ່າວສາວ ແມ່ນສາມາດຈັດພິທີງານດອງ ເອົາຜົວ – ເອົາເມຍໄດ້ ຕາມຮີດຄອງປະເພນີທີ່ປະຕິບັດກັນສືບມາ. ການຫຼີ້ນບຸນກີນຈຽງ ຫຼື ລາເຊີໂຈະ ແມ່ນບໍ່ໄດ້ເປີດກວ້າງຄືທຸກໆປີຜ່ານມາ ເພາະຢູ່ໃນໄລຍະການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດຂອງແຂວງ-ຂອງເມືອງວາງອອກ ໂດຍສະເພາະ ແມ່ນການຈໍາກັດຄົນເຂົ້າຮ່ວມບໍ່ໃຫ້ເກີນ 20 ຄົນ ແລະ ກວດກາຄົນເຂົ້າ – ອອກພາຍໃນບ້ານຢ່າງເຂັ້ມງວດ.
ສະນັ້ນ, ການຫຼິ້ນບຸນ ຈຶ່ງມີແຕ່ອົງການຈັດຕັ້ງ, ປະຊາຊົນບັນດາເຜົ່າ ຢູ່ພາຍໃນບ້ານ ແລະ ພີ່ນ້ອງໃກ້ຊິດເຂົ້າຮ່ວມຕາມຮີດຄອງປະເພນີເທົ່ານັ້ນ.