ສະຫວັນນະເຂດປົວຫາຍດີອີກແລ້ວ ຊຸດນີ້ 93 ຄົນ

274

ຢູ່ແຂວງສະຫວັນນະເຂດ ບັນດາແພດໝໍໄດ້ສຸມທຸກເຫື່ອແຮງ ເພື່ອປິ່ນຜົວຜູ້ຕິດເຊື້ອໂຄວິດ-19 ໃຫ້ເຊົາຈາກເຊື້ອພະຍາດໂດຍໄວ ການສົ່ງຜູ້ປ່ວຍທີ່ຫາຍດີແລ້ວກັບບ້ານຫຼ້າສຸດມີ 93 ຄົນເຮັດໃຫ້ຕົວເລກຜູ້ທີ່ຕິດເຊື້ອຈາກ 6.204 ຄົງຫຼຸດລົງມາເຫຼືອພຽງ 1.859 ຄົນທີ່ຍັງນອນປິ່ນປົວຢູ່ຕອນນີ້.

ເຊິ່ງ 93 ຄົນທີ່ກັບບ້ານໃນວັນທີ 14 ກັນຍາ 2021 ທີ່ໄດ້ຮັບການປິ່ນປົວດີ ແມ່ນອອກຈາກໂຮງໝໍສະໜາມຫຼັກ 9 ( 20 ຄົນ ) ແລະ ໂຮງໝໍສະໜາມ ໂນນສະຫວາດ 65 ຄົນ, ໂຮງໝໍສະໜາມ ວສສ 8 ຄົນ.

ໃນການສົ່ງຕົວຜູ້ຫາຍດີຈາກການຕິດເຊື້ອໂຄວິດ-19 ນັ້ນ, ທິມແພດປິ່ນປົວໄດ້ແນະນຳພວກເຂົາເຫຼົ່ານັ້ນວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ໂດຍຕົວເລກຜູ້ຕິດເຊື້ອສະສົມໃນທົ່ວແຂວງສະຫວັນນະເຂດມາຮອດ ປະຈຸບັນແມ່ນມີ ທັງໝົດ 6.204 ຄົນ, ຍັງຄ້າງສູນປິ່ນປົວ 1.859 ຄົນ, ປິ່ນປົວດີສະສົມ 4.345 ຄົນ, ຍິງ 2.392 ຄົນ ແລະ ເສັຍຊີວິດ 7 ຄົນ, ຍິງ 2 ຄົນ.

( ຂໍ້ມູນວັນທີ 14 ກັນຍາ 2021)
ຂ່າວຈາກ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ