ສົ່ງຢາພື້ນເມືອງໃຫ້ ແຂວງສະຫວັນນະເຂດ, ສາລະວັນ ແລະຈຳປາສັກ ປິ່ນປົວຜູ້ຕິດເຊື້ອໂຄວິດ-19

245

ຄືທີ່ຂ່າວເສດຖະກິດ-ການຄ້າໄດ້ລາຍງານໄປກ່ອນໜ້າແລ້ວວ່າ ສປປ ລາວ ເຮົາແມ່ນເລີ່ມນຳໃຊ້ຢາພື້ນເມືອງເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເຊິ່ງຖືວ່າເປັນຄັ້ງທຳອິດໃນການຄິດຄົ້ນສູດດັ່ງກ່າວໂດຍ ສະຖາບັນການແພດ ແລະ ຢາພື້ນເມືອງ. ຫຼ້າສຸດຜະລິດຕະພັນດັ່ງກ່າວກໍ່ສຳເລັດພ້ອມອອກຮັບໃຊ້ສັງຄົມໂດຍກະຈາຍໄປໃນຫຼາຍແຂວງ ເຊິ່ງອາທິດແລ້ວນີ້ໄດ້ຈັດສົ່ງໃຫ້ 3 ແຂວງໄດ້ແກ່: ສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ.

ໃນລະຫວ່າງວັນທີ 8-10 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້ມອບຜະລິດຕະພັນຢາພື້ນ ເມືອງລາວ 3 ຊະນິດ: ລາຊາບີ, ຄາວທອງ ແລະ ກະຊາຍຂາວ ເຂົ້າໃນການປະກອບ ສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ 3 ແຂວງຄື: ແຂວງສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ໂດຍການກ່າວມອບຂອງ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ພ້ອມດ້ວຍຄະນະທິມງານຈາກສູນກາງ ແລະ ບັນດາຄະນະພະແນກສາທາລະນະສຸກແຂວງ ທິມງານຂັ້ນແຂວງ ເຂົ້າຮ່ວມ.


.
ການລົງໄປມອບຄັ້ງນີ້ ຄະນະທິມງານຈາກສູນກາງໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທືກຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທິມງານຂັ້ນແຂວງໄດ້ຮັບຊາບອີກດ້ວຍ.