ເຜີຍເຫດຜົນທີ່ ທີມຊາດຍິງລາວ ຊຸດໃຫຍ່ ບໍ່ມີ ເປ້ ຜູ້ທີ່ເຄີຍພາສາວລາວ ຢູ 15 ແຈ້ງເກີດໃນອາຊຽນ

617

ເຊື່ອວ່າຫຼາຍຄົນຄົງສົງໄສກັນວ່າ ເປ້ ພົມພັກດີ ກອງໜ້າທີມຊາດຍິງລາວ ທີ່ເຄີຍສ້າງຜົນງານໂດດເດັ່ນພາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີຄວ້າຮອງແຊັມໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ບໍ່ມີຊື່ຕິດທີ ມຊາດລາວ ຊຸດໃຫຍ່ ທີ່ກຽມເຂົ້າຮ່ວມການແຂ່ງຂັນບານຍິງຊີງແຊັມອາຊີ 2022 ຮອບຄັດເລືອກ ທີ່ປະເທດບາເຣນ ໃນເດືອນຕຸລາ 2021.

ການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮອບຄັດເລືອກ ກຸ່ມ A ປະກອບມີ ບາເຣນ ເຈົ້າພາບ, ໄຕ້ຫວັນ ແລະ ລາວ ເຊິ່ງກ່ອນໜ້ານີ້ ໄຕ້ຫວັນ ບໍ່ພ້ອມໃນການເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນເດືອນກັນຍານີ້ ເຮັດໃຫ້ ສະຫະພັນບານເຕະອາຊຽນ ( AFC ) ຕ້ອງເລື່ອນການແຂ່ງຂັນໄປຈັດໃນເດືອນຕຸລາ 2021 ແລະ ເລືຶ່ອກ ບາເຣນ ເປັນເຈົ້າພາບແທນ, ເຊິ່ງທີມຊາດລາວ ກໍໄດ້ປະກາດ 23 ນັກເຕະອອກມາຢ່າງເປັນທາງການແລ້ວປາກົດວ່າ ບໍ່ມີ ເປ້ ກອງໜ້າຕົວເກັ່ງຕິດທີມຊາດຊຸດດັ່ງກ່າວ.

ຫຼ້າສຸດວັນທິີ 14 ກັນຍາ 2021 ທີມຂ່າວເສດຖະກິດ-ການຄ້າ ໄດ້ຕິດຕໍ່ຫາ ເປ້ ໂດຍລາວບອກວ່າ ເປັນເລື່ອງທີ່ໜ້າເສຍດາຍ ແລະ ເສຍໃຈພໍສົມຄວນທີ່ນ້ອງພາດໂອກາດຮັບໃຊ້ທີມຊາດຊຸດນີ້ ເນື່ອງຈາກນ້ອງເປັນຄົນທີ່ຮັກມັກໃນການເຕະບານ ແລະ ໄລຍະທີ່ຜ່ານມາແມ່ນບໍ່ມີລາຍການເຄື່ອນໄຫວ ນ້ອງຈິ່ງກັບມາຊ້ອມ ແລະ ເຕະບານຢູ່ບ້ານ ແຕ່ເຄາະຮ້າຍໄດ້ຮັບບາດເຈັບທີ່ຂາມາເປັນເດືອນແລ້ວ ໃນລະຫວ່າງການຝຶກຊ້ອມໃນທີ່ບ້ານເກີດ ຈິ່ງບໍ່ສາມາດໄປຮ່ວມຄັດເລືອກທີມຊາດຍິງລາວ ຊຸດໃຫຍ່ ນີ້ິ້ໄດ້. ຢ່າງໃດກໍຕາມ, ປັດຈຸບັນນ້ອງ ກໍພັກຢູ່ທີ່ບ້ານ ແລະ ພະຍາຍາມຟື້ນຟູຮ່າງກາຍ ເພື່ອໂອກາດກັບມາອີກຄັ້ງໜຶ່ງ ເຊິ່ງກໍຕ້ອງເປັນກໍາລັງໃຈໃຫ້ກັບ ທີມຊາດລາວ ຊຸດໃຫຍ່ ໃຫ້ຫຼິ້ນຢ່າງເຕັມທີ່ ແລະ ຜ່ານເຂົ້າຮອບເລິກໆໃຫ້ໄດ້.

ສໍາລັບ ເປ້ ພົມພັກດີ ເກີດທີ່ວັນທີ 13 ເມສາ 2004 ທີ່ບ້ານປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແຈ້ງເກີດກັບທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ໂດຍລົງສະໜາມນັດທໍາອິດຍິງໄປ 3 ປະຕູຊ່ວຍໃຫ້ ທີມຊາດຍິງລາວ ຊະນະ ມາເລເຊຍ 4-0, ນັດທີ 2 ຍິງ 3 ປະຕູຊ່ວຍທີມຊະນະ ສິງກະໂປ 7-0, ນັດທີ 3 ຍິງປະຕູບໍ່ໄດ້ແຕ່ພາທີມຊາດລາວ ຊະນະ ກໍາປູເຈຍ 2-0 ແລະ ນັດສຸດທ້າຍຮອບແບ່ງກຸ່ມ ເປ້ ຍິງ 4 ປະຕູຊ່ວຍທີມເອົາຊະນະ ທີມຊາດໄທ 5-2 ຜ່ານເຂົ້າຮອບຮອງຊະນະເລີດ ໃນຖານະແຊັມກຸ່ມ B.

ຮອບຮອງຊະນະເລີດ ທີມຊາດຍິງລາວ ພົບກັບ ຟິລິບປິນ ແຊັມກຸ່ມ A ແລະ ເປັນທີມຊາດລາວ ເອົາຊະນະໄປ 3-1 ແລະ ເປ້ ຍິງຄົນດຽວ 2 ປະຕູ ກ່ອນຜ່ານເຂົ້າຮອບຊີງໄປໂຄຈອນກັບທີມຊາດໄທ ອີກຄັ້ງ, ແຕ່ຄັ້ງນີ້ ທີມຊາດໄທ ຈັບທາງໄດ້ຈົນສະເໝີກັນ 0-0 ຕ້ອງໄປດວນຈຸດໂທດ ແລະ ເປັນທີມຊາດໄທ ເອົາຊະນະໄປ 5-3 ເຮັດໃຫ້ ເປ້ ພາທີມຊາດລາວ ໄດ້ຮອງແຊັມການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ຮຸ່ນອາຍຸບໍ່ເກີນ 15 ປີ.
ຂ່າວ: ຫຼ້າ MKP