ເມືອງສາລະວັນ ເລັ່ງຊ່ວຍເຫຼືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ

435

ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ ໃຫ້ສຳພາດວ່າ: ເພື່ອເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ໂກນເຊິນ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ, ໄດ້ແຕ່ງຕັ້ງຄະນະກຳມະການຕ່າງໆ ເປັນຕົ້ນ: ແບ່ງຈຸ ລົງຕິດຕາມ, ກວດກາ, ເກັບກຳຂໍ້ມູນບ້ານທີ່ໄດ້ຮັບຜົນກະທົບເສຍຫາຍ ຢ່າງລະອຽດ ແລະ ສິ່ງສຳຄັນ ສຸມໃສ່ຊ່ວຍເຫຼືອໃນເບື້ອງຕົ້ນ, ທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ຢາປົວພະຍາດ ແລະ ດ້ານສຸຂະອະນາໄມ ກໍໄດ້ຮີບຮ້ອນເອົາໃຈໃສ່ ແກ້ໄຂຢ່າງທັນການ.


ນອກນັ້ນໄດ້ປະສານສົບທົບ ແລະແຕ່ງຕັ້ງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫຼືອເກັບມ້ຽນສິ່ງຂອງຕ່າງໆ ແລະ ສ້ອມແປງເຮືອນຊານຂອງປະຊາຊົນ ທີ່ເປ່ເພເລັກນ້ອຍ ເຊິ່ງໄດ້ເລີ່ມສ້າງທີ່ພັກຊົ່ວຄາວໃຫ້ເຂົາເຈົ້າໄດ້ຢູ່ອາໄສ, ເອົາໃຈໃສ່ປຸກລະດົມທັງພາກລັດ ແລະເອກະຊົນ, ຜູ້ປະກອບການ ແລະບຸກຄົນ ປະກອບສ່ວນຊ່ວຍເຫຼືອປະເພດ, ວັດຖຸ, ປັດໄຈ, ເຄື່ອງອຸໂພກ-ບໍລິໂພກ ຕາມທ່າແຮງ ແລະ ເງື່ອນໄຂ ເພື່ອຢຽວຢາ ໃຫ້ກຳລັງໃຈຜູ້ທີ່ຖືກຜົນກະທົບ, ບັນເທົາທຸກເບື້ອງຕົ້ນ. ສໍາລັບເຮືອນ ທີ່ເປ່ເພ ເສຍຫາຍໜັກ ແມ່ນຈະສ້າງທີ່ພັກພາອາໄສ, ສ້ອມແປງຄືນໃຫ້ເຂົາເຈົ້າໄດ້ກັບມາຢູ່ຢ່າງຖາວອນ ແລະ ສືບຕໍ່ສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກຈໍານວນໜຶ່ງເພື່ອເຮັດໃຫ້ ໄດ້ດຳລົງຊີວີດໄດ້ຢ່າງເປັນປົກກະຕິ.


ເມືອງສາລະວັນ ໄດ້ຮັບຜົນກະທົບທັງໜົດ 4 ບ້ານ ມີ 141 ຫລັງຄາເຮືອນ ເຊີ່ງມີ: ບ້ານໂພນໃຜ່ 90 ຫລັງຄາເຮືອນ ເສຍຫາຍໜັກ 25 ຫຼັງ; ບ້ານກ້ວຍ 43 ຫຼັງ ເສຍຫາຍໜັກ 5 ຫຼັງ; ບ້ານ ແບ່ງອຸດົມ 6 ຫຼັງ ເສຍຫາຍໜັກ 1 ຫລັງ ແລະ ບ້ານທາດຫ້ວຍ 2 ຫຼັງຄາເຮືອນ. ໃນນັ້ນໄດ້ຖືເອົາບ້ານໂພນໃຜ່ ເປັນຈຸດໃຈກາງໃນການຕັ້ງສູນການຮັບບໍລິຈາກ ແລະ ຊ່ວຍເຫລືອເປັນບູລິມະສິດພິເສດ, ເຊິ່ງເປັນບ້ານທີ່ຖືກຜົນກະທົບຫລາຍກວ່າໜູ່. ສຳລັບການຊ່ວຍເຫລືອມາຮອດປັດຈຸບັນ ໄດ້ມີຜູ້ປະກອບສ່ວນຊ່ວຍເຫລືອທັງໝົດ 24 ພາກສ່ວນ, ມີປະເພດເຄື່ອງບໍລິໂພກ ແລະ ອຸປະໂພກ ມູນຄ່າຫຼາຍກວ່າ 100 ລ້ານກີບ ແລະ ເງິນສົດເກືອບ 30 ລ້ານກີບ.


ໃນຕອນທ້າຍທ່ານເຈົ້າເມືອງສາລະວັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບອົງການຈັດຕັ້ງພັກ-ລັດ ແຂວງສາລະວັນ, ເມືອງຕ່າງໆ, ທຸກພາກສ່ວນຂອງສັງຄົມ ທີ່ໄດ້ນຳເອົາຈິດໃຈ, ວັດຖຸສິ່ງຂອງ, ປັດໄຈ ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.