ບິສຊາກາ ອ່ອນປະສົບການ, ລິນກາດ ໄດ້ຮັບບົດຮຽນຄັ້ງໃຫຍ່ ຈາກນັດ ແມນຢູ ເສຍໃຫ້ ຢັງບອຍ

293
From left, Manchester United's Paul Pogba, Jesse Lingard and Harry Maguire leave the pitch after of the Champions League group F soccer match between BSC Young Boys and Manchester United, at the Wankdorf stadium in Bern, Switzerland, Tuesday, Sept. 14, 2021. (Peter Klaunzer/Keystone via AP)

ໂອເລ ກຸນນາ ໂຊລຊາ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ເປີດເຜີຍວ່າ: ວານ-ບິສຊາກາ ກອງຫຼັງຂອງທີມຍິງອ່ອນປະສົບການ ຈົນຖືກໄລ່ອອກຈາກສະໜາມ ເຮັດໃຫ້ທີມຕ້ອງເຫຼືອ 10 ຄົນ ເປັນຈຸດປ່ຽນຂອງເກມ. ຂະນະທີ່ ເຈສຊີ ລິນກາດ ໄດ້ຮັບບົດຮຽນຄັ້ງໃຫຍ່ ຈາກການທີ່ສົ່ງບານພາດ ຈົນເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ບຸກໄປເສຍໃຫ້ກັບ ຢັງບອຍ ທີມຊັ້ນນໍາຈາກລີກສູງສຸດຂອງປະເທດສະວິດ 1-2 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມໆ F ນັດທໍາອິດເມື່ອວັນທີ 14 ກັນຍາ 2021.

ນັດດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ຖືກຍົກໃຫ້ເປັນຕໍ່ກວ່າຫຼາຍ ພ້ອມທັງໄດ້ປະຕູຂຶ້ນນໍາຢ່າງໄວວາ 1-0 ນາທີໆ 13 ຈາກຈັງຫວະທີ່ ບຣູໂນ ແຟນັນເດສ ສົ່ງບານເຂົ້າເຂດໂທດໃຫ້ກັບ ຄຣິສເຕຍໂນ ໂຣນັລໂດ ຍິງຫຼອດຫວ່າງຂາຂອງຜູ້ຮັກສາປະຕູ ຢັງບອຍ ເຂົ້າໄປ, ແຕ່ແລ້ວ ບິສຊາກາ ໄດ້ຮັບໃບແດງຈາກຈັງຫວະທີ່ຢຽບຂໍ້ຕີນຂອງຄູ່ແຂ່ງ ຈົນເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ເຫຼືອພຽງ 10 ຄົນ ແນ່ນອນຕໍ່ຈາກນັ້ນ ແມນເຊັສເຕີ ຢູໄນເຕັດ ກໍຕົກເປັນຮອງ ຈົນເຖິງນທີໆ 66 ຍັງບອຍ ໄດ້ປະຕູຕີສະເໝີຈາກ ນິໂກລາສ໌ ເອັນດາມາເລີ 1-1.

ໄລຍະ 18 ນາທີສຸດທ້າຍ ແມນເຊັສເຕີ ຢູໄນເຕັດ ຕັດສິນໃຈປ່ຽນເອົາ ໂຣນັລໂດ ກັບ ແຟນັນເດສ ອອກ ໂດຍສົ່ງ ເນມານຢາ ມາຕິຊ ກັບ ເຈັສຊີ ລິນກາດ ເຂົ້າມາຫຼິ້ນແທນ ເຮັດໃຫ້ແຟນບານຄາໃຈກັນຫຼາຍພໍສົມຄວນ ຈົນກະທັງນາທີ 90+5 ເຫດການບໍ່ຄາດຄິດກໍເກີດຂຶ້ນເມື່ອ ລິນກາດ ສົ່ງບານຄືນຫຼັງໃຫ້ກັບເພື່ອນຮ່ວມທີມບໍ່ດີສຸດ ກ່ອນ ຈໍແດນ ຊີບັດຊິວ ຢືນຢູ່ຄົນດຽວແລ່ນໄປເຕະບານປ່ຽນທາງເຂົ້າໄປຊ່ວຍໃຫ້ ຢັງບອຍ ພິກເອົາຊະນະໄປ 2-1.

ຫຼັງຈົບການແຂ່ງຂັນ ໂຊລຊາ ໃຫ້ສໍາພາດວ່າ: ບິສຊາກາ ຖືກໃບແດງແຕ່ນາທີໆ 35 ເຮັດໃຫ້ພວກເຮົາພົບງານຍາກທັນທີີ ແນ່ນອນວ່າຈັງຫວະດັ່ງກ່າວເປັນຈັງຫວະຕາມນໍ້າ ມັນຈິ່ງຍາກທີ່ຈະໄປຄັດຄ້ານຄໍາຕັດສິນຂອງກໍາມະການ ບາງເທື່ອມັນອາດເປັນເພາະລາວມີປະສົບການໜ້ອຍເກີນໄປ, ສ່ວນປະຕູທີ 2 ທີ່ພວກເຮົາເສຍນັ້ນຖືເປັນເຄາະຮ້າຍເພາະ ລິນກາດ ຕ້ອງການຫຼິ້ນຈັງຫວະນັ້ນໃຫ້ປອດໄພທີ່ສຸດ ເຊິ່ງມັນກໍເກີດຂຶ້ນໄດ້ໃນການແຂ່ງຂັນບານເຕະ ເຊື່ອວ່າຖ້າລາວມີໂອກາດອີກຄັ້ງ ລາວຈະບໍ່ສົ່ງບານແບບນັ້ນແລ້ວ ແລະ ໄດ້ຮຽນຮູ້ຈາກຄວາມຜິດພາດຄັ້ງນີ້ໄປແລ້ວ.

ນອກນັ້ນ, ໂຊລຊາ ຍັງກ່າວເຖິງປະເດັນທີ່ຫຼາຍຄົນຄ້ອງໃຈທີ່ປ່ຽນ ໂຣນັລໂດ ກັບ ແຟນັນເດສ ອອກວ່າ: ສາເຫດປ່ຽນ ໂຣນັລໂດ ກັບ ແຟນັນເດສ 2 ນັກນັກເຕະຕົວສໍາຄັນໃນເກມບຸກອອກ ເພາະທັງສອງແມ່ນແລ່ນຫຼາຍທີ່ສຸດມາຕະຫຼອດ 70 ນາທີ ລວມທັງຍາກໃຊ້ປະສົບການຂອງ ມາຕິຊ ໃນການເກັບບານ ແລະ ແຮງໃໝ່ຂອງ ລິນກາດ ມາຊ່ວຍທີມ. ຢ່າງໃດກໍ່ຕາມ, ໂອກາດທີ່ຈະເຂົ້າຮອບຍັງມີແນ່ນອນ ເພາະນີ້ເປັນພຽງນັດທໍາອິດຂອງຮອບແບ່ງກຸ່ມ, ຍັງມີອີກຫຼາຍນັດທີ່ຕ້ອງແຂ່ງ ແລະ ຫຼັງຈາກນັ້ນຈະຕ້ອງຄວ້າ 3 ຄະແນນຕໍ່ໄປໃຫ້ໄດ້ ເພື່ອເອີ້ນຄວາມໝັ້ນໃຈກັບມາ.
ຮູບຈາກ: AP