ພຽງເຫັນຮອຍຍິ້ມແຟນໆກໍເທໃຫ້ຫມົດໃຈແລ້ວ ສໍາລັບຫນຸ່ມ ສັກພອນ ແສງອິນຈັນ Mister07

578

ເຫັນຮອຍຍິ້ມແລ້ວ ກໍເຮັດໃຫ້ສາວໆໃຈລະລາຍໄປຕາມໆກັນແລ້ວ ແນະນໍາໃຫ້ຮູ້ກັນເລີຍ ກັບຫນຸ່ມຫລໍ່ຄົນນີ້ ສັກພອນ ແສງອິນຈັນ ຫລື ອັກສອນ ຜູ້ເຂົ້າປະກວດຫມາຍເລກ Mister07  ເຊິ່ງເປັນຜູ້ຜ່ານເຂົ້າຮອບ 20ຄົນ ໃນເວທີ Mister Laos Mister International Laos 2021 ປັດຈຸບັນ ອາຍຸ 26ປີ ເປັນຕົວແທນຈາກແຂວງຫົວພັນ ອາຊີບປັດຈຸບັນເປັນຟຮີແລນ ຊ່າງພາບ ສັງກັດຢູ່ອິດສະຫຼະ production ແລະ ຮັບຈັດງານທົ່ວໄປ ຫຼືວ່າງານອໍກະໄນສເຊີ້ ເປັນອີກອາຊີບໝຶ່ງທີ່ອັກສອນມັກຮັກໃນວຽກງານການບໍລິການນີ້.

ໃນຕອນທໍາອິດທີ່ຮູ້ວ່າຕົນເອງໄດ້ຜ່ານເຂົ້າຮອບຄວາມຮູ້ສຶກ ທັງດີໃຈ ແລະ ຕື່ນເຕັ້ນຫລາຍທີ່ຕົນເອງໄດ້ຢູ່ໃນ  20ຄົນສຸດທ້າຍ ທີ່ສໍາຄັນກໍຕ້ອງຂໍຂອບໃຈຄະນະກໍາມະການທຸກຄົນທີ່ເປີດໂອກາດ ໃຫ້ຕົນໄດ້ເດີນຕາມຄວາມຝັນ ແລະ ຈະເຮັດໃຫ້ສຸດຄວາມສາມາດເລີຍ.

ສຳລັບອັກສອນເອງແມ່ນບໍ່ເຄີຍຜ່ານການປະກວດເວທີໃດມາກ່ອນເລີຍ ເອີ້ນວ່າເວທີ Mister Laos Mister International Laos 2021 ຄືຄັ້ງທໍາອິດໃນຊີວິດກໍວ່າໄດ້ໃນສາຍນີ້ ສໍາລັບຄວາມໄຝ່ຝັນ ໃນວົງການ ກໍ່ຄືຢາກເກັບກ່ຽວປະສົບການ, ຢາກເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນເພື່ອເອົາໄປເປັນບົດຮຽນ ແລະ ພັດທະນາຕົນເອງເທື່ອລະກ້າວ ຈົນເປັນທີ່ຍອມຮັບຂອງຫລາຍໆຄົນ.

ຄຳຄົມ ຫລື ຄະຕິປະຈຳໃຈ ຂອງອັກສອນແມ່ນ ” ຈົ່ງຝາກຊີວິດໄວ້ກັບສະຕິ-ປັນຍາ ແຕ່ຈົ່ງຢ່າຝາກໄວ້ກັບໂຊກຊະຕາທີ່ເບິ່ງບໍ່ເຫັນ ” ເພາະເຊື່ອວ່າສິ່ງທີ່ຈະພາໃຫ້ເຮົາປະສົບຄວາມສາໍເລັດ ແລະ ໄປເຖິງເປົ້າຫມາຍທີ່ຕັ້ງໄວ້ໄດ້ແມ່ນຄວາມອົດທົນພະຍາຍາມ ການມີສະຕິ ແລະ ຄົ້ນຄິດຕຶກຕອງກ່ອນສະເຫມີ ບໍ່ວ່າຈະເຮັດສິ່ງໃດມັນຈະເຮັດໃຫ້ເຮົາປະສົບຄວາມສໍາເລັດໄດ້ ແລະ ມັນບໍ່ໄດ້ຂຶ້ນກັບໂຊກຊາຕາວາດສະຫນາແຕ່ຢ່າງໃດເລີຍ.

ອັກສອນ ຄິດວ່າຕົນເອງແມ່ນມີຈຸດເດັ່ນຢູ່ທີ່ ການສະແດງຄວາມກ້າຫານ, ຄວາມສາມາດທີ່ມີໃນດ້ານຕ່າງໆ  ແລະ ທັງຫມົດນັ້ນກໍຕ້ອງສະແດງຄວາມເປັນໂຕຂອງໂຕເອງອອກມານຳ ເຊິ່ງກ່ອນເຂົ້າຮ່ວມປະກວດໃນເວທີອັນຊົງກຽດນີ້ ອັກສອນເອງກໍໄດ້ມີການກຽມຕົວມາສົມຄວນເລີຍ ບໍ່ວ່າຈະເປັນທາງດ້ານຮ່າງກາຍ ແລະ ພ້ອມທັງຈິດໃຈ ເພາະກ່ອນເຂົ້າປະກວດເຮົາບໍ່ສາມາດຮູ້ວ່າຕ້ອງພົບກັບບົດທົດສອບຫຍັງແດ່ ແຕ່ກໍພ້ອມສະເຫມີທີ່ຈະປະຕິບັດຕາມບົດທົດສອບຕ່າງໆຂອງກອງ ແລະ ກົດລະບຽບທີ່ທາງກອງປະກວດໄດ້ວາງໄວ້.

ຖ້າໄດ້ຮັບຕໍາແຫນ່ງຈາກເວທີ Mister Laos Mister International Laos 2021  ນ້ອງສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມກໍຄື: ຈະປະຕິບັດຕົນເປັນແບບຢ່າງທີ່ດີ ແລະ ປະກອບຕົນຊ່ວຍເຫລືອສັງຄົມ ພ້ອມປະຕິບັດຫນ້າທີ່ຕາມການມອບຫມາຍທີ່ໄດ້ຮັບມາໃຫ້ດີທີ່ສຸດ.

ສໍາລັບ ກິດຈະກໍາຍາມວ່າງທີ່ມັກເຮັດກໍຄື ຍາມວ່າງການຄົ້ນຄວ້າຊອກຮູ້ສີ່ງໃຫມ່ໆ ເພື່ອພັດທະນາຄວາມຮູ້ທີ່ມີຢູ່ໃຫ້ດີຂຶ້ນ ແລະ ກໍຫລີ້ນກິລາເພື່ອສຸຂະພາບ ຖ້າວັນວ່າງໆກໍ່ສ້າງສັນກິດຈະກຳກັບຄອບຄົວ ເພື່ອຄວາມອົບອຸ່ນ ແລະ ສ່ວນສະຕາຍການແຕ່ງຕົວ ປົກກະຕິຈະບໍ່ຄ່ອຍເປັນຄົນມັກແຕ່ງຕົວປານໃດ ເພາະເປັນຄົນຊິວໆ.. ແຕ່ຖ້າອອກງານກໍ່ຈະແຕ່ງແບບສຸພາບ ແລະ ກໍ່ຂື້ນກັບສະຖານທີ່ວ່າເປັນງານແບບໃດ ສຸດທ້າຍນີ້ ຂໍຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ Mister07 ແດ່ເດີ້ ຮັບຮອງວ່າຮອບສະແດງຄວາມສາມາດພິເສດ ຕ້ອງມີໃຫ້ລຸ້ນໃນຮອບສະແແດງຄວາມສາມາດພິເສດໃຫ້ຕິດຕາມແນ່ນອນ ຊ່ອງທາງໃນການຕິດຕາມເຟສບຸກສ່ວນຕົວ Auksone Sukphone sich.

ຮູບ: Auksone Sukphone sich.