ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ໄດ້ຮັບຢາພື້ນເມືອງລາວຄື  ລາຊາບີ, ​ຄາວທອງ ແລະ​ ກະຊາຍຂາວ ເຂົ້າໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ​

589

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ໃນລະຫວ່າງວັນທີ8-10 ກັນຍາ ຜ່ານມາ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້ລົງມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດຄື ລາຊາບີ, ​ຄາວທອງ ແລະ​ ກະຊາຍຂາວ ເຂົ້າໃນການປະກອບສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ​  ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.

ໂດຍການມອບຂອງທ່ານ ປອ. ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ພ້ອມດ້ວຍຄະນະທີມງານຈາກສູນກາງ ແລະ ມີບັນດາຄະນະພະແນກສາທາລະນະສຸກແຂວງ ທີມງານຂັ້ນແຂວງ ເຂົ້າຮ່ວມ.


ການລົງໄປຄັ້ງນີ້ຄະນະທິມງານຈາກສູນກາງໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທືກຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທິມງານຂັ້ນແຂວງ.