ເປີດຈຳໜ່າຍ Samsung Galaxy Z Fold3 I Z Filp3 5G ແລ້ວ ຍອດຈອງສູງເກີນຄາດ

1564

ຊຳຊຸງເຜີຍຈຳນວນຜູ້ຈອງເຄື່ອງ Samsung Galaxy Z Fold3 I Z Filp3 5G ໃນເດືອນທີ່ຜ່ານມາ ສູງເກີນຄາດ ພ້ອມຂໍຂອບໃຈລູກຄ້າທີ່ໃຫ້ ຄວາມສົນໃຈໂທລະສັບມືຖືຈໍພັບໄດ້ລຸ້ນຫຼ້າສຸດທັງສອງລຸ້ນ ໂດຍກຳນົດມື້ທີ່ຈຳໜ່າຍຢ່າງເປັນທາງການແລ້ວ ຕັ້ງແຕ່ວັນທີ 10 ກັນຍານີ້ເປັນຕົ້ນໄປ.

ສໍາລັບ Galaxy Z Fold3 ວາງຈຳໜ່າຍໃນລາຄາ 19.990.000 ກີບ ແລະ Galaxy Z Flip3 ໃນລາຄາ 12.299.000 ກີບ.

ນອກຈາກນີ້, ຜູ້ທີ່ຊື້ໃນໄລຍະພິເສດດັ່ງກ່າວ ຈະໄດ້ຮັບຂອງແຖມ ເຊິ່ງມີມູນຄ່າສູງສຸດເຖິງ 800.000 ກີບອີກດ້ວຍ, ຜູ້ທີ່ຊື້ Galaxy Z Fold3 ຈະໄດ້ຮັບຂອງແຖມເປັນ Flip cover with Pen ແລະ ຫົວສາກ 25W ແລະ ຜູ້ທີ່ຊື້ Galaxy Z Flip3 ຈະໄດ້ຮັບຂອງແຖມເປັນ Clear cover with Ring ແລະ ຫົວສາກ 25W.
ນອກຈາກນີ້, ເຄື່ອງ Galaxy Z Fold3 I Z Filp3 5G ເປັນໂທລະສັບມືຖືລໍ້າສະໄໝທີ່ໃຊ້ເຕັກໂນໂລຊີຈໍພັບໄດ້ລຸ້ນຫຼ້າສຸດຂອງຊໍາຊຸງ ເຊິ່ງບໍ່ພຽງມີຄວາມທົນທານກວ່າເກົ່າດ້ວຍ Gorilla Glass Victus ແຕ່ຍັງເປັນໜ້າຈໍແບບ Dynamic AMOLED 2X ທີ່ໄດ້ຮັບການພັດທະນາໃຫ້ສະແດງຜົນໄດ້ຢ່າງໝື່ນໄຫຼເຖິງ 120 Hz ໃນຂະນະທີ່ຂະໜາດ ແລະ ນໍ້າໜັກໜ້ອຍລົງ ອີກທັງຍັງກັນນໍ້າໄດ້ຕາມມາດຕະຖານ IPX8 ທີ່ສາມາດກັນນໍ້າໄດ້ເລິກ 1,5 ແມັດ ດົນເຖິງ 30 ນາທີ.

ສະເພາະໜ້າຈໍຂອງ Galaxy Z Fold3 ຍັງໄດ້ເພີ່ມເຊັນເຊີ ເພື່ອຮັບການໃຊ້ງານ S Pen ແລະ ໃຊ້ກ້ອງແບບໃໝ່ຫຼ້າສຸດທີ່ເຊື່ອງຢູ່ກ້ອງໜ້າຈໍໄດ້ຢ່າງງົດງາມອີກດ້ວຍ. ສ່ວນ Galaxy Z Flip3 ນັ້ນມາພ້ອມກັບນະວັດຕະກຳ Flex Mode ທີ່ໜ້າຈໍສາມາດພັບໄດ້ຫຼາກຫຼາຍອົງສາ ເຊິ່ງສະດວກໃນການຖ່າຍຮູບ ຫຼື ວິດີໂອໂດຍທີ່ບໍ່ຕ້ອງໃຊ້ຂາຕັ້ງກ້ອງ. ນອກຈາກນີ້, Flex Mode ຍັງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານ 2 ແອັບໄດ້ໃນເວລາດຽວກັນອີກດ້ວຍ.
Galaxy Z Fold3 ມີວາງຈຳໜ່າຍ 3 ສີ ຄື: Phantom Black, Phantom Green ແລະ Phantom Silver, ສ່ວນ Galaxy Z Flip3 ມີວາງຈຳໜ່າຍ 4 ສີ ຄື: Cream, Lavender, Phantom Green ແລະ Phantom Black.
ຜູ້ທີ່ສົນໃຈສາມາດສຳຜັດ ແລະ ທົດລອງໃຊ້ງານເຄື່ອງຕົວຈິງໄດ້ແລ້ວ ທີ່ຕົວແທນຈໍາໜ່າຍຂອງຊຳຊຸງທຸກສາຂາ.

ຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່
Samsung Call Center 021-417 333
Facebook: SamsungLaos