ການບິນລາວແຈ້ງປິດຖ້ຽວບິນຊົ່ວຄາວໃນແຂວງສະຫວັນນະເຂດ ແລະຈຳປາສັກ

323

ການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາມີຄວາມສ່ຽງສູງຂຶ້ນທີ່ຈະມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ ໂດຍສະເພາະບັນດາແຂວງທີ່ມີຜູ້ຕິດເຊື້ອໃນຊຸມຊົນ, ດ້ວຍເຫດນີ້ເພື່ອເປັນການປ້ອງກັນບໍ່ໃຫ້ບັນຫາບານປາຍຫຼາຍກວ່ານີ້ ທາງລັດວິສາຫະກິດການບິນລາວແມ່ນໄດ້ແຈ້ງຢຸດການບິນຊົ່ວຄາວໃນສອງແຂວງຄື ສະຫວັນນະເຂດ ແລະຈຳປາສັກໄວ້ສາກ່ອນ.

ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງການໃນວັນທີ 14 ກັນຍາ 2021 ນີ້ ຈະຢຸດຖ້ຽວບິນເປັນການຊົ່ວຄາວ ເພື່ອເປັນການປະຕິບັດຕໍ່ມາດຕະການຕ້ານໂຄວິດ-19 ທີ່ມີການແຜ່ລະບາດໃນປັດຈຸບັນໃນຫຼາຍແຂວງຂອງ ສປປ ລາວ.


ໂດຍແຈ້ງການຂອງລັດວິຫາຫະກິດການບິນລາວໄດ້ລະບຸວ່າ: ທາງລັດວິສາຫະກິດການບິນລາວຈະໄດ້ຢຸດບໍລິການຊົ່ວຄາວ ໃນຖ້ຽວບິນ ລະຫວ່າງ ສອງແຂວງ: ຈຳປາສັກ ແລະ ສະຫວັນນະເຂດ ເລີ່ມຕັ້ງແຕ່ວັນທີ 17 ກັນຍາ 2021 ເປັນຕົ້ນໄປ ແລະ ຈະກັບຄືນມາໃຫ້ບໍລິການອີກຄັ້ງເມື່ອສະຖານະການແຜ່ລະບາດຂອງພະຍາດ COVID-19 ຫລຸດຜ່ອນລົງ.

ສຳລັບຖ້ຽວບິນ ວຽງຈັນ-ປາກເຊ-ວຽງຈັນ ແລະ ວຽງຈັນ- ສະຫວັນນະເຂດ-ວຽງຈັນ ແມ່ນຈະປິດຊົ່ວຄາວ ເນື່ອງຈາກວ່າມີການແຜ່ລະບາດຢູ່ໃນແຂວງດັ່ງກ່າວ ເຊິ່ງບໍ່ອະນຸຍາດໃຫ້ມີການຂົນສົ່ງໂດຍສານ ເດີນທາງເຂົ້າອອກລະຫວ່າງແຂວງຈົນກວ່າສະກວ່າສະຖານະການຈະດີຂຶ້ນ.