ອົງການປະລະມະນູລະຫວ່າງປະເທດ ບັນລຸຂໍ້ຕົກລົງກັບອີຣານ

238

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ກັນຍາ 2021 ວ່າ: ທ່ານ ຣາຟາເອລ ກຣອສຊີ ຜູ້ອຳນວຍການອົງການປະລະມະນູລະຫວ່າງປະເທດ ( IAEA ) ໄດ້ບັນລຸຂໍ້ຕົກລົງກັບລັດຖະບານອີຣານ ໂດຍເຈົ້າໜ້າທີ່ຂອງ IAEA ຈະສາມາດເຂົ້າເຖິງກ້ອງວົງຈອນປິດຂອງນິຄົມນິວເຄລຍຂອງອີຣານທຸກແຫ່ງ ແລະ ຫ້າມລຶບພາບຈາກກ້ອງວົງຈອນປິດ ຕາບໃດທີ່ຂໍ້ຕົກລົງຍັງມີຜົນບັງຄັບໃຊ້.

ຜູ້ອຳນວຍການ IAEA ຄາດຫວັງວ່າ ການບັນລຸຂໍ້ຕົກລົງດັ່ງກ່າວຈະເປີດໂອກາດໃຫ້ແກ່ການກັບມາເຈລະຈາຕາມຂະບວນການທູດອີກຄັ້ງ. ທັງນີ້, ການໃຫ້ເຈົ້າໜ້າທີ່ IAEA ເຂົ້າເຖິງພາບວິດີໂອຈາກກ້ອງວົງຈອນປິດ ເປັນໜຶ່ງໃນເງື່ອນໄຂສຳຄັນພາຍໃຕ້ຂໍ້ຕົກລົງສະບັບປີ 2015.

ທັງນີ້, ຂໍ້ຕົກລົງນິວເຄລຍ ອີຣານ ສະບັບປີ 2015 ລະຫວ່າງ ລັດຖະບານອີຣານ ກັບສະຫະລັດ, ຣັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ ເນັ້ນໄປທີ່ການຈຳກັດເສີມສະມັດທະນະຢູເຣນຽມຂອງອີຣານ ເພື່ອແລກກັບການຜ່ອນຜັນການຂວ້ຳບາດ ແຕ່ລັດຖະບານສະຫະລັດ ພາຍໃຕ້ການນຳຂອງ ໂດນັລ ທຣຳ ໄດ້ປະກາດຖອນຕົວ ເມື່ອປີ 2018 ແລະ ເດີນໜ້າຂວ້ຳບາດຕໍ່ອີຣານແຕ່ພຽງຝ່າຍດຽວ, ສ່ວນລັດຖະບານສະຫະລັດຊຸດປັດຈຸບັນ ກໍຍັງບໍ່ມີທ່າທີວ່າຈະກັບມາຮ່ວມເປັນພາຄີ ຫຼື ບໍ່?.