ເອັມມາ ຣາດູຄານູ ກະໂດດຈາກມື 150 ຂຶ້ນໄປຢູ່ອັນດັບທີ 23 ຂອງໂລກ ຫຼັງຄວ້າແຊັມ ຢູເອັສ ໂອເພັນ

324

ມາແຮງແຊງທາງໂຄງໄປເລີຍສໍາລັບ ເອັມມາ ຣາດູຄານູ ຫຼັງຈາກທີ່ຄວ້າແຊັມເທັນນິສລະດັບແກຣນສະແລັມລາຍການ ຢູເອັສ ໂອເພັນ 2021 ເມື່ອທ້າຍອາທິດທີ່ຜ່ານມາ ເຮັດໃຫ້ອັນດັບໂລກກະໂດດຂຶ້ນເປັນມື 23 ຂອງໂລກປັດຈຸບັນ ຕາມການປະກາດອັນດັບໂລກຫຼ້າສຸດຂອງ ສະຫະພັນເທັນນິສຍິງອາຊີບ ( WTA ) ເມື່ອວັນຈັນທີ 13 ກັນຍາ 2021.

ກ່ອນລົງແຂ່ງຂັນລາຍການ ຢູເອັສ ໂອເພັນ 2021 ຣາດູຄານູ ຢູ່ອັນດັບທີ 150 ຂອງໂລກ ແຕ່ຫຼັງປົດລ໊ອກຄວ້າຂັນແຊັມແກຣນສະແລມລາຍການທໍາອິດໃນຊີວິດ ເຮັດໃຫ້ອັນດັບໂລກກະໂດດຂຶ້ນໄປຢູ່ອັນດັບທີ 23 ເປັນທີ່ຮຽບຮ້ອຍໃນປັດຈຸບັນ.

ສ່ວນ ເລລາ ເຟີນານເດຊ ອາຍຸ 19 ປີຈາກການາດາ ທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ຮອງແຊັມລາຍການນີ້ ເລື່ອນຈາກມື 73 ຂອງໂລກ ຂຶ້ນມາຢູ່ອັນດັບທີ 28 ຂອງໂລກ.

ຮູບຈາກ: AP