ຢູເວນຕຸສ ອາການໜັກ ຍັງບໍ່ມີໄຊຊະນະໃນລີກຢູ່ອັນດັບແຖວທ້າຍຕາຕະລາງ

311

ບໍ່ເຊື່ອກໍຕ້ອງເຊື່ອຫຼັງຈາກທີ່ຂາຍ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວເກັ່ງທີມຊາດປ໊ອກຕຸຍການ ເຮັດໃຫ້ ຢູເວນຕຸສ ສະໂມສອນຍັກໃຫຍ່ໃນກັນໂຊ ເຊເຣຍ ອາ ອິຕາລີ ຜົນງານຕົກຕໍ່າສຸດໆໄປເລີຍ ຫຼັງລົງສະໜາມໄປ 3 ນັດຍັງບໍ່ສາມາດເອົາຊະນະຄູ່ແຂ່ງໄດ້ເລີຍ.

ດັ່ງທີ່ຮູ້ ຢູເວນຕຸສ ປ່ອຍ ໂຣນັລໂດ ໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ເຊິ່ງ ໂຣນັລໂດ ກໍລະເບີດຟອມໂດດເດັ່ນຍິງ 2 ປະຕູຊ່ວຍໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ນິວຄາສເຊິລ ຢູໄນເຕັດ 4-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອທ້າຍອາທິດທີ່ຜ່ານມາ.

ສ່ວນ ຢູເວນຕຸສ ການທີ່ບໍ່ມີ ໂຣນັລໂດ ເມື່ອທ້າຍອາທິດທີ່ຜ່ານມາ ເສຍໃຫ້ກັບ ນາໂປລີ ຄູ່ແຂ່ງສໍາຄັນໄປ 1-2 ເຮັດໃຫ້ລົງສະໜາມໄປແລ້ວ 3 ນັດບໍ່ສາມາດເກັບໄຊຊະນະໄດ້ຈັກນັດຄື: ສະເໝີ 1 ແລະ ເສຍ 2 ນັດມີພຽງ 1 ຄະແນນຢູ່ອັນດັບທີ 16 ຂອງຕາຕະລາງຄະແນນລວມ ຕາມຫຼັງທີມນໍາຢ່າງ ໂຣມາ, ເອຊີ ມິລານ ແລະ ນາໂປລີ ເຖິງ 8 ຄະແນນ.
ຮູບຈາກ: AP