ຜົນກະທົບຈາກໂຄວິດ – 19 ເຮັດໃຫ້ຜູ້ຜະລິດ ສິນຄ້າໂອດ໊ອບຈໍານວນໜຶ່ງຢຸດຕິການຜະລິດ

1781

ການລະບາດຂອງພະຍາດໂຄວິດ – 19 ແມ່ນໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຜູ້ປະກອບການ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ໂດຍສະເພາະຕະຫຼາດການຈຳໜ່າຍທີ່ຫຼຸດລົງ ເຮັດໃຫ້ຜູ້ຜະລິດສິນຄ້າໂອດ໊ອບຈໍານວນໜຶ່ງຢຸດຕິການຜະລິດໃນໄລຍະວິກິດການນີ້.

ອີງຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ຜົນກະທົບຂອງໂຄວິດ – 19 ຕໍ່ຜູ້ຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ( ໂອດ໊ອບ ) ຂອງສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບຫຍໍ້ຈາກການສຶກສາ ໂດຍອີງໃສ່ ຂໍ້ມູນທີ່ໄດ້ສໍາຫຼວດຜ່ານ Google Form ສະແດງໃຫ້ເຫັນວ່າຜູ້ຜະລິດສິນຄ້າ ໂອດ໊ອບ ແມ່ນໄດ້ຮັບຜົນກະທົບຫຼາຍຈາກສະພາບເສດຖະກິດທີ່ຝືດເຄືອງຍ້ອນການລະບາດຂອງໂຄວິດ – 19. ບັນຫາທີ່ຜູ້ຜະລິດໂອດ໊ອບ ພົບພໍ້ຫຼາຍທີ່ສຸດແມ່ນຕະຫຼາດຈໍາໜ່າຍຜະລິດຕະພັນໂອດ໊ອບທີ່ຫຼຸດລົງຫຼາຍໃນປັດຈຸບັນ ແລະ ເຮັດໃຫ້ຜູ້ຜະລິດໂອດ໊ອບຈໍານວນໜຶ່ງຢຸດຕິການຜະລິດໃນໄລຍະວິກິດການນີ້ ເຊິ່ງອີງໃສ່ຂໍ້ມູນທີ່ໄດ້ສໍາຫຼວດຄັ້ງນີ້ມີ 36,3% ມີ 74 ຫົວໜ່ວຍ ຕິດຕໍ່ບໍ່ໄດ້ ແລະ 35,8% ມີ 73 ຫົວໜ່ວຍ ບໍ່ສາມາດເຂົ້າຮ່ວມການສຳຫຼວດ.


ການສໍາຫຼວດຄັ້ງນີ້ຍັງພົບວ່າການນຳໃຊ້ເຕັກໂນໂລຊີຂອງຜູ້ຜະລິດສິນຄ້າໂອດ໊ອບ ໃນການຂາຍສິນຄ້າຜ່ານລະບົບອອນລາຍແມ່ນມີໜ້ອຍຫຼາຍ ເຊິ່ງຖືເປັນບັນຫາທ້າທາຍໃນຍຸກການຕະຫຼາດທີ່ຕ້ອງປັບຕົວເຂົ້າໃນວິຖີການດຳລົງຊີວິດແບບໃໝ່, ການສົ່ງເສີມໃຫ້ນຳໃຊ້ ແລະ ພັດທະນາຄວາມສາມາດຂອງຜູ້ປະກອບການຜະລິດສິນຄ້າໂອດ໊ອບກ່ຽວກັບເຕັກໂນໂລຊີການສື່ສານສະໄໝໃໝ່ຮັບໃຊ້ການຕະຫຼາດ ແລະ ການຂາຍ ຈຶ່ງມີຄວາມຈໍາເປັນ ແລະ ຄວນໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງ.

ພ້ອມດຽວກັນນີ້, ໃນບົດສຳຫຼວດຍັງມີຂໍ້ສະເໜີຕໍ່ລັດຖະບານ ຈາກການສັງລວມຂໍ້ສະເໜີຂອງຜູ້ຜະລິດສິນຄ້າໂອດ໊ອບທີ່ໄດ້ຕອບແບບສອບຖາມ ເຫັນວ່າໃນໄລຍະການລະບາດຂອງໂຄວິດ – 19 ການເຂົ້າເຖິງເງິນກູ້ດອກເບ້ຍຕ່ຳຍັງເປັນຫົວຂໍ້ສໍາຄັນອັນດັບທຳອິດຂອງທຸລະກິດທີ່ໄດ້ຕອບແບບສອບຖາມ 53%, ອັນດັບສຳຄັນຮອງລົງມາແມ່ນຕ້ອງການໄດ້ຮັບການຊ່ວຍດ້ານຕະຫຼາດຈຳໜ່າຍ 46%, ໂຄສະນາກ່ຽວກັບສິນຄ້າໂອດ໊ອບຊ່ວຍ 39% ແລະ ຊ່ວຍສົ່ງເສີມການຊື້ ແລະ ນຳໃຊ້ສິນຄ້າໂອດ໊ອບ 33%. ນອກຈາກນີ້, ສໍາລັບຄວາມຄາດຫວັງຕ້ອງການໃຫ້ລັດຖະບານຊ່ວຍເຫຼືອເພີ່ມຕື່ມໃນໄລຍະຫຼັງການລະບາດ ຄື: ໃຫ້ຊ່ວຍດ້ານການຕະຫຼາດ 33%, ຝຶກອົບຮົມເຕັກນິກການຜະລິດ ແລະ ບໍລິຫານ 32%, ສົ່ງເສີມໃຫ້ຊື້ – ນຳໃຊ້ສິນຄ້າໂອດ໊ອບ 30% ແລະ ໃຫ້ທຶນເພື່ອຍົກລະດັບຄວາມສາມາດໃນການຜະລິດ 26%.

ຂໍ້ມູນ: ບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຜົນກະທົບຂອງໂຄວິດ – 19 ຕໍ່ຜູ້ຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ 18 ສິງຫາ 2021.