ດ່ວນ! ຄຳມ່ວນສັ່ງຫ້າມ ຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ ຫຼັງພົບຜູ້ຕິດເຊື້ອໂຄວິດສູງຂຶ້ນນັບມື້

592

ດ່ວນ ແຂວງຄໍງອອກຄໍາສັ່ງ ວ່າດ້ວຍການສຶບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ
ເນື່ອງຈາກສະພາບການລະບາດໂຄວິດ19 ເລີ່ມໜັກໜ່ວງຂຶ້ນ ໂດຍສະເພາະຜູ້ຕິດເຊື້ອໃນຊຸມຊົນ ເພື່ອບໍ່ໃຫ້ເຊື້ອພະຍາດລະບາດໄປຫຼາຍກວ່ານີ້ ທຸກຄົນພາຍໃນແຂວງ ກໍຄືເຂດສ່ຽງ ຫຼື ຜູ້ທີ່ຢູ່ໃນບ້ານແດງ ແລະ ຂອບເຂດໃກ້ຄຽງ ຕ້ອງໄດ້ປະຕິບັດມາດຕະການຢ່າງຈິງຈັງ

ເຊິ່ງທາງຄະນະຮັບພິຊອບຕ້ອງໄດ້ອອກຄຳສັ່ວເດັດຂາດ ໃຫ້ທຸກຄົນປະຕິບັດ ແລະ ຮູ້ນຳກັນ ຕາມຄໍາສັ່ງສະບັບນີ້
1 ໃຫ້ສືບຕໍ່ປະຕິບັດມາດຕະການ ສະບັບເລກທີ 15/ນຍ
2 ສືບຕໍ່ປິດການເຂົາອອກແຂວງຄຳມ່ວນ ເປັນເວລາ 14 ວັນ ຕັ້ງແຕ່ວັນທີ 14-27 ກັນຍາ 2021
3 ຫ້າມລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນໂຕ ທີ່ເດີນທາງຜ່ານແຂວງຄໍາມ່ວນໄປແຂວງອື່ນ

4 ຫ້າມບຸກຄົນ ນິຕິບຸກຄົນ ພາຍໃນແຂວງຄຳມ່ວນ ໄປຕ່າງແຂວງ ແລະ ຫ້າມ ຄົນຕ່າງແຂວງເຂົ້າມາແຂວງຄຳມ່ວນ
5 ຫ້າມປະຊາຊາຊົນ, ຜົນລະເມືອງ, ທະຫານຕຳຫຼວດ, ພະນັກງານ ຢູ່ບ້ານແດງແຕ່ລະເມືອງ ອອກຈາກບ້ານຂອງຕົນໄປບ່ອນອື່ນ ພ້ອມທັງປິດທຸກກິດຈະການຫ້າງຮ້ານພາຍໃນບ້ານ
6 ຫ້າມບຸກຄົນໃນຄອບຄົວທີ່ໄດ້ໃກ້ຊິດສຳຜັດກັບຜູ້ຕິດເຊື້ອໂຄວິດ ອອກໄປຊື້-ຂາຍ ໄປສະຖານທີ່ຕ່າງໆເດັດຂາດ
7 ປິດການສັນຈອນພາຍໃນເທດສະບານເມືອງທ່າແຂກ ແລະ ເມື​ອງອື່ງອື່ນໆທີ່ມີການລະບາດ

8 ເມືອງທີ່ບໍ່ມີການລະບາດ ອານຸຍາດໃຫ້ເດີນທາງ ພາຍໃນເມືອງຂອງຕົນໄດ້ ແຕ່ຕ້ອງປະຕິບັດມາດຕະການ
9 ໃຫ້ພະແນກອົງການທຽບເທົ່າ, ລັດວິສາຫະກິດ ຜັດປ່ຽນກັນປະຈຳການ ລັດວິສາຫະກິດ ປະຈຳການ 3-4 ຄົນ
10 ຫ້າມໂຮມຊຸມນຸມ, ຫ້າມຈັດງານປະເພນີ, ງານສັງສັນທີ່ມີຄົນຫຼາຍ
11 ສືບຕໍ່ປິດຕະຫຼາດຫຼັກ2, ຫຼັກ 3 …. ສວນອາຫານ, ສັງວຽນໄກ່ …..

12 ອານຸຍາດໃຫ້ເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານຂາຍຄື່ອງບໍລິໂພກ-ອຸປະໂພກ, ຮ້ານຂາຍເຄື່ອງກໍສ້າງ ທີ່ບໍ່ຢູ່ໃນບ້ານແດງ
13 ສືບຕໍ່ປິດໂຮງຮຽນ, ທຸກຊັ້ນ, ທຸກສາຍດ ທຸສາຂາວິຊາຊີບ ໃຫ້ຮຽນອອນລາຍ
14 ຫ້າມຜູ້ປະກອບການ, ພໍ່ຄ້າ, ແມ່ຄ້າ ກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ
15 ໃຫ້ກອງບັນຊາການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ ສືບຕໍ່ຊີ້ນຳ ເພີ່ມທະວີຄຸ້ມຄອງເຮືອຫາປາ…

.

​ແລະ ອ່ານລາຍລະອຽດ ຄຳ​ສັ່ງ​ອື່ນຕາມແຈ້ງການ ພ້ອມ​ກັນ​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ ເພື່ອ​ໂຕ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຫ່າງ​ໄກ​ຕໍ່​ພະ​ຍາດ​ຮ້າຍ