ສະຫວັນນະເຂດ 2 ວັນກັບບ້ານໄດ້ 100 ກວ່າຄົນປົວຫາຍດີຈາກໂຄວິດ-19 ແລ້ວ

506

ການລະບາດຂອງໂຄວິດ-19 ທີ່ແຂວງສະຫວັນນະເຂດປັດຈຸບັນກໍ່ຖືວ່າຍັງຢູ່ໃນສະຖານະການທີ່ໜັກຢູ່ ແຕ່ທີມແພດໝໍບໍມີທໍ້ຖອຍຍັງບຸກໜ້າເຮັດໜ້າທີ່ທີ່ປະເທດຊາດ ແລະປະຊາຊົນມອບໝາຍໃຫ້ ປິ່ນປົວຜູ້ປ່ວຍຫາຍດີຢ່າງຕໍ່ເນື່ອງ.

ຕາມການລາຍງານ ວັນທີ 13 ກັນຍາ 2021 ສະຫວັນນະເຂດໄດ້ສົ່ງຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 44 ຄົນ ຈາກໂຮງໝໍສະໜາມຫຼັກ 9 ( 19 ຄົນ ) ແລະ ໂຮງໝໍສະໜາມ ໂນນສະຫວາດ 5 ຄົນ, ໂຮງໝໍສະໜາມ ວສສ 11 ຄົນ ແລະ ໂຮງໝໍສະໜາມແພໄໝ 9 ຄົນ ເຊິ່ງວ່າຖ້າລວມກັບມື້ກ່ອນໜ້າ 58 ຄົນນັ້ນຖືວ່າສາມາດອອກຈາກໂຮງໝໍໄດ້ຈຳນວນ 100 ກວ່າຄົນໃນໄລຍະເວລາ 2 ວັນ.

ກ່ອນທີ່ຈະກັບບ້ານນັ້ນທິມແພດໄດ້ກ່າວຄຳແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ສຳລັບແຂວງສະຫວັນນະເຂດແລ້ວ ມາຮອດປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 6.176 ຄົນ, ຍັງຄ້າງສູນປິ່ນປົວ 1.924ຄົນ, ປິ່ນປົວດີສະສົມ 4.252 ຄົນ, ຍິງ 2.347ຄົນ ແລະ ເສຍຊີວິດ 7 ຄົນ, ຍິງ 2 ຄົນ.

( ຂໍ້ມູນ 13 ກັນຍາ 2021 )