ອຸຕຸເຕືອນໃໝ່! ໃຫ້ເຝົ້າລະວັງຝົນຕົກໜັກພາກກາງ ແລະ ພາກໃຕ້ແຕ່ນີ້ຫາມື້ອື່ນ

575

ຄາດຄະເນສະພາບອາກາດອາທິດນີ້ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ໄລຍະວັນທີ 13-15 ກັນຍາ 2021 ນີ້ ເນື່ອງຈາກຮອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ພາກກາງ ລົງຫາ ພາກໃຕ້ ຂອງປະເທດລາວ, ຂໍແຈ້ງເຕືອນປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງເກີດຂຶ້ນໄດ້.


ອີງຕາມຄາດຄະເນສະພາບອາກາດຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 1048/ກອຕທ, ລົງວັນທີ 13 ກັນຍາ 2021


ຄາດຄະເນສະພາບອາກາດໃນໄລຍະວັນທີ 13 ຫາ 19 ກັນຍາ 2021 ວ່າ: ໃນໄລຍະວັນທີ 13 ຫາ 15 ກັນຍານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ພ້ອມດຽວກັນລົມພາຍຸໝຸນເຂດຮ້ອນດີເປຼຊັ້ນ ໄດ້ກາຍເປັນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນຕອນກາງຂອງປະເທດຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນໃນໄລຍະວັນທີ 16 ຫາ 19ກັນຍາ 2021 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງລົງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນລະພາກ.