ລາຍລະອຽດຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ ໃນ​ບັນດາຕ່າງແຂວງ ບາງ​ກໍ​ລະ​ນີຍັງສອບສວນຂໍ້ມູນ​

401

14 ກັນ​ຍາ 2021 ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ​ທັງ​ໝົດ 127 ຄົນ ໃນ​ຊຸມ​ຊົນ 54 ຄົນ, ໃນ​ນີ້ ນະ​ຄອນຫຼວງວຽງ​ຈັນ 24 ຄົນ ເຊິ່ງ​ໄດ້​ລາຍ​ງານ​ໄປ​​ແລ້ວ ແລະ ນີ້​ຄື ລາຍລະອຽດຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ ໃນ​ບັນດາຕ່າງແຂວງແມ່ນມີລາຍລະອຽດດັ່ງນີ້

ຄໍາມ່ວນ 43 ຄົນ ຕິດໃນຊຸມຊົນ ໃນເມືອງທ່າແຂກ ແຂວງຄຳມ່ວນ, ໃນນັ້ນເປັນກໍລະນີສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ 39 ຄົນ, ກໍລະນີຈາກຈຸດກັນກອງທີ່ມີຄວາມສ່ຽງສູງ 3 ຄົນ ແລະ ກໍລະນີສົງໃສ 1 ຄົນ, ໃນ 39 ຄົນມາຈາກ 17 ບ້ານຂອງ ເມືອງທ່າແຂກ ມີ 38 ຄົນ ແລະ 5 ຄົນ ຈາກບ້ານສັງ ເມືອງເຊບັ້ງໄຟ

ຈຳປາສັກ 25 ຄົນ ຈາກເມືອງປະທຸມທັງໝົດ 25 ຄົນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້ ຄື ຊຸມຊົນ 25 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນຄື 1 ຄົນ ຈາກ ນ້ຳໃສເທີງ, 01 ຄົນ ຈາກ ບ້ານຫຼັກ 30, 19 ຈາກບ້ານ ໜອງປັກແຮດ, 03 ຄົນ ຈາກ ຫຼັກ 40, 01 ນະຄອນປາກເຊ

ສະຫວັນນະເຂດ 13 ຄົນ ພະນັກງານແພດ 07 ຄົນ (ທ່ານໝໍ 03 ຄົນ, ແພດຊັ້ນສູງ 02 ຄົນ ແລະ ພະຍາບານ 02 ຄົນ), ເຂົ້າປະຈໍາການທີ ຢູ່ສູນຫຼັກ 9 ແລະ ອອກມາກັກໂຕ ຢູ່ບ້ານພັກດາລາວັນ (ທີມແພດ ມາຈາກເມືອງຕ່າງໆຄືເມືອງອຸທຸມພອນ 03 ຄົນ (ໂຮງໝໍທະຫານ 109); ເມືອງທ່າປາທອງ 01 ຄົນ, ເມືອງອາດສະພອນ 01 ຄົນ, ເມືອງເຊໂປນ 01 ຄົນ, 05 ຄົນ ແມ່ນກຸ່ມສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄດ້ລາຍງານ ໃນວັນທີ 11 ກັນຍາ 2021.
ບ້ານໂພນສະຫວ່າງເໜຶອ ມີ 01 ຄົນ (ພະນັກງານຂັບລົດ ບໍລິສັດຫຸມແພງ) ຜູ້ສຳຜັດໄກ້ຊິດ ກັບຜູ້ຕິດເຊື້ອ ຜ່ານມາ.

ຫຼວງພະບາງ 9 ຄົນ 01 ຄົນ ຢູ່ບ້ານຫ້ວຍຖໍ້າ, ເມືອງຈອມເພັດ ກັກໂຕຢູ່ບ້ານ ແລ້ວໄດ້ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
02 ຄົນ ຢູ່ບ້ານຫ້ວຍຈີມ, ເມືອງງອຍ ທັງສອງຄົນເປັນຜົວເມຍກັນ ຊື່ງເປັນແຮງງານມາຈາກແຂວງວຽງຈັນ ແລະ ມາຮອດແຂວງຫລວງພະບາງ ໃນວັນທີ 25 ສີງຫາ 2021 ແລ້ວໄດ້ມາກັກໂຕ ຢູ່ສູນໂຮງຮຽນແພດ ແລະ ເກັບຕົວຢ່າງກວດສອງຄັ້ງ ແຕ່ຄັ້ງທີ່ 01 ເປັນຜົນລົບ ແລະ ຄັ້ງທີ່ສອງ ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ, 06 ຄົນ ບ້ານໂພນໄຊ, ເມືອງນານ ທີ່ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນກໍາມະກອນໂຮງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ທີ່ໄດ້ລາຍງານໃນວັນທີ 11 ກັນຍາ 2021

ຫຼວງນໍ້າທາ 3 ຄົນ ຜູ້ທີ 01 ໄດ້ເດີນທາງໄປເຂດເສດຖະກິດພິເສດດ້ວຍຖ້ຽວບິນພິເສດຈາກ ນະຄອນຫຼວງວຽງຈັນ, ຜູ້ທີ 02 ຄົນຈີນເດີນທາງມາຈາກພະນົມເປັນ, ກໍາປູເຈຍ. ລາຍງານວ່າໄດ້ຂີ່ເຮືອຂ້າມມາວຽງຈັນ-ອຸດົມໄຊ-ຫຼວງນ້ຳທາ ຜູ້ທີ 03 ໄດ້ເດີນທາງຈາກເມືອງ Sichuan – ຊຽງລາຍ ປະເທດໄທ ລະເດີນທາງຈາກໄທເຂົ້າມາລາວ ຢູ່ເຂດພິເສດສາມຫຼ່ຽມທອງຄໍາ,

ບໍ່ແກ້ວ 1 ຄົນ ຈາກເມືອງຕົ້ນເຜີ້ງ ແລະ ເຊກອງ 1 ຄົນ ຍັງສອບສວນຂໍ້ມູນລະອຽດ