ໃກ້ເຖິງຮອບ Final ແລ້ວຊ່ວຍເຊຍໃຫ້ສາວນ້ອຍຄົນນີ້ໄປໃຫ້ເຖິງຝັນ ນຳ້ຝົນ ສຸກທະໄຊ MTL17

635

ສາວນ້ອຍ ຮອຍຍິ້ມສົດໃສ ທີ່ເປັນນ້ອງນ້ອຍສຸດໃນເວທີປະກວດ Miss Teen Laos 2021 ແລະ ເປັນຫນຶ່ງໃນຜູ້ຜ່ານເຂົ້າຮອບ 20ຄົນ ມາທໍາຄວາມຮູ້ຈັກກັບນ້ອງ ນຳ້ຝົນ ສຸກທະໄຊ ພຸດທະວົງ MTL17 ປັດຈຸບັນ ອາຍຸ16 ປີ ມາຈາກແຂວງຄຳມ່ວນ, ຮຽນມັດທະຍົມຕອນປາຍທ່າແຂກ.

ສຳລັບ ນໍ້າຝົນແມ່ນບໍ່ເຄີຍປະກວດເວທີໃດມາກ່ອນເລີຍ ແລະ Miss Teen Laos 2021 ຖືວ່າເປັນເວທີທຳອິດຂອງນ້ອງ ຄວາມໄຝ່ຝັນສູງສຸດທີ່ມີຕໍ່ເວທີນີ້ກໍຄື ການໄດ້ເປັນ Miss Teen Laos 2021 ຄົນຕໍ່ໄປ ແລະ ຫວັງວ່າເວທີ Miss Teen Laos ຈະເປີດໂອກາດໃນດ້ານວົງການບັນເທີງຕາມຝັນໄວ້ ເພາະນ້ອງຢາກມີໂອກາດໄດ້ສະແດງລະຄອນ ແລະ ເດີນແບບ.

ສໍາລັບ ຄະຕິປະຈຳໃຈຂອງນ້ອງແມ່ນ “ຢ່າໃຫ້ຄວາມຢ້ານກົວ, ຄວາມບໍ່ກ້າ, ມາເປັນອຸປະສັກທຳລາຍຄວາມສຳເລັດ ແລະ ໂອກາດທີ່ດີໃນຊີວິດ” ສ່ວນສິ່ງທີ່ເປັນຄວາມສາມາດຂອງຝົນເອງຢາກຈະໂຊອອກສູ່ສາຍຕາທຸກຄົນແມ່ນການເດີນແບບ ແລະ ທັກສະໃນການຖ່າຍແບບ ພິເສດແມ່ນສິລະປະການເຕັ້ນທີ່ນ້ອງມັກຮັກ ແລະ ຫລົງໄຫລກັບການສະແດງອອກຜ່ານບໍລິບົດ ແລະ ການສື່ຄວາມຫມາຍຕ່າງໆຜ່ານການເຕັ້ນ.

ຝົນຄິດວ່າຈຸດເດັ່ນຂອງຕົນເອງແມ່ນຮອຍຍິ້ມທີ່ສົດໃສ , ຄວາມຫມັ້ນໃຈ, ການເປັນຕົວຂອງໂຕເອງ ແລະ ສະແດງສັກກະຍາພາບທີ່ໂດດເດັ່ນຂອງຝົນໃຫ້ກຳມະການເຫັນວ່ານ້ໍາຝົນພ້ອມທີ່ຈະເປັນ Miss Teen Laos 2021 ຄົນຕໍ່ໄປ ເພາະນ້ອງໄດ້ກຽມຕົວຝຶກຝົນເຕັມທີ່ເພື່ອໃຫ້ມີຄວາມພ້ອມ ແລະ ພັດທະນາໃນດ້ານຕ່າງໆໃນແບບສະບັບຂອງຕົນເອງເປັນຕົ້ນແມ່ນ ດ້ານບຸກຄະລິກກະພາບ, ດ້ານທັກສະການຕອບຄຳຖາມ, ຄວາມຮູ້ຄວາມສາມາດ ແລະ ການຍ່າງທີ່ສະຫງ່າງາມ.

ຖ້າຝົນໄດ້ເປັນ Miss Teen Laos 2021 ຝົນຈະຊ່ວຍເຫຼືອສັງຄົມດ້ວຍການເຄື່ອນໄຫວກິດຈະກຳຕ່າງໆເພື່ອໃຫ້ເກີດປະໂຫຍດສູງສຸດເປັນຕົ້ນແມ່ນ ການເຜີຍແຜ່ຄວາມຮູ້ດ້ານການສຶກສາ, ສົ່ງເສີມດ້ານວັດທະນະທຳຂອງລາວເຮົາ ແລະ ພ້ອມເປັນກະບອກສຽງໃຫ້ແມ່ຍິງ, ເດັກນ້ອຍ ແລະ ໄວໜຸ່ມລາວ ໄດ້ຮັບການສຶກສາຢ່າງທົ່ວເຖິງ ເພື່ອຫຼຸດປາກົດການການກືກຫນັງສື ໂດຍສະເພາະໃນເຂດທີ່ຫ່າງໄກຈາກຕົວເມືອງ ໃນນາມຝົນເອງທີ່ມາຈາກຕ່າງແຂວງ ສະນັ້ນ ຝົນຍັງເຫັນຫລາຍຂົງເຂດທີ່ການສຶກສາຍັງເຂົ້າບໍ່ເຖິງ ຍັງຂາດແຄນດ້ານອຸປະກອນການຮຽນທີ່ທັນສະໄຫມ ແລະ ບຸກຄະລາກອນ ຝົນຈຶ່ງຢາກປະກອບສ່ວນໃນການຊ່ວຍເຫລືອສັງຄົມໃນດ້ານນີ້.

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດແມ່ນ ການປູກຕົ້ນໄມ້ກັບຄອບຄົວ ເນື່ອງຈາກນ້ອງມັກຮັກໃນຄວາມສະບາຍຕາຂອງສີຂຽວທຳມະຊາດ ຢູ່ທີ່ບ້ານນ້ອງກໍມັກຈະບົວລະບັດຮັກສາຕົ້ນໄມ້ ແລະ ທຸກໆເສົາທິດນ້ອງກໍຈະອອກສວນ ເພື່ອປູກຕົ້ນໄມ້ກັບຄອບຄົວປະຈຳ ນອກຈາກນີ້, ນ້ອງກໍຫຼິ້ນກັບສັດລ້ຽງທີ່ນ້ອງລ້ຽງໄວ້ບໍ່ວ່າຈະເປັນນ້ອງໝາ ແລະ ປານ້ອງນັ່ງເບິ່ງປາທີລອຍໄປມາເພາະມັນເຮັດໃຫ້ນ້ອງຮູ້ສຶກສະຫງົບເບິ່ງແລ້ວມີຄວາມສຸກກັບມັນ.

ສຳລັບການແຕ່ງຕົວໂດຍປົກກະຕິແລ້ວສະຕາຍການແຕ່ງຕົວຂອງຝົນຈະຫລາກຫລາຍ ບໍ່ວ່າຈະເປັນແບບ minimal ສະບາຍໆ, street fashion ເທ້ໆ, vintage ລຽບໆ ແລະ dress ຍາວໆ ໂດຍທັງຫມົດນີ້ຈະສະແດງຄວາມເປັນຕົວຕົນຂອງຝົນຢ່າງຊັດເຈນຜ່ານທາງສະຕາຍການແຕ່ງຕົວ. ສຸດທ້າຍນີ້ກໍຝາກເຊຍແລະເປັນກຳລັງໃຈໃຫ້ນຳ້ຝົນແນ່ເດີ້ທຸກຄົນຝາກ MTL17 ຄົນນີ້ໄວ້ອ້ອມອົກອ້ອມໃຈແນ່ເດີ້ ສາມາດຕິດຕາມຜົນງານຂອງນ້ຳຝົນໄດ້ທີ່ຊ່ອງທາງ Facebook: Soukthaxay Phoutthavong, Instagram: namfon.stx TikTok: @namfonn_ph

ຮູບ: Soukthaxay Phoutthavong,