ຍັງຄົງພົບຜູ້ຕິດເຊື້ອໂຄວິດໃນຊຸມຊົນຫຼາຍບ້ານ ຄຳມ່ວນ ຮີບປຶກສາຫາລື ເພີ່ມທະວີເຂັ້ມງວດ ມາດຕະການປ້ອງກັນໂຄວິດ-19

367

ເປັນເລື່ອງທີ່ໜ້າຫ່ວງສຳລັບການລະບາດຂອງເຊື້ອພະຍາດໂຄວິດ19 ຄອບນີ້ ຫຼາຍແຂວງ, ຫຼາຍເມືອງຫຼາຍບ້ານ ພົບຜູ້ຕິດເຊື້ອລະບາດໄປຫຼາຍ ທີ່ໜັກກວ່ານັ້ນກໍມີຜູ້ຕິດເຊື້ອໃນຊຸມຊົນ, ທັງຜູ້ທີ່ສັກວັກຊີນຄົບໂດສແລ້ວກໍຍັງບໍ່ກາລັງຕີວ່າຈະບໍ່ຕິດ ລວມໄປເຖິງຫາກປົວບໍ່ທັນອາດເກີດການສູນເສຍໄດ້

ດັ່ງແຂວງຄ່ຳມ່ວນທີ່ເປັນອີກແຂວງໜຶ່ງທີ່ພົບຜູ້ຕິດເຊື້ອໂຄວິດໃນຊຸມຊົນຫຼາຍຄົນ ແລະ ຫຼາຍບ້ານແລ້ວໃນປະຈຸບັນ, ວັນທີ 13 ກັນຍາ 2021 ແຂວງຄຳມ່ວນຈຶ່ງໄດ້ປຶກສາຫາລື ການເພີ່ມທະວີຄວາມເຂັ້ມງວດ ມາດຕະການ ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານໃນຄະນະສະເພາະກິດ, ຄະນະກອງເລຂາຂັ້ນແຂວງ, ຂັ້ນເມືອງ, ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ຮັບຟັງການລາຍງານກ່ຽວກັບສະພາບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນໃນປະຈຸບັນ ກໍ່ຄືການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 07 ຂອງທ່ານ ເຈົ້າແຂວງຄຳມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງ ໂດຍມີການປະເມີນຄືນບັນດາມາດຕະການຕ່າງໆ ແລະ ປຶກສາຫາລືເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ

ແລະ ຊອກຫາວິທີທາງແກ້ໄຂ ໂດຍສະເພາະ ມາດຕະການໃດທີ່ຄວນຈະສືບຕໍ່ ແລະ ມາດຕະການທີ່ຄວນຈະເພີ່ມທະວີຄວາມຄວາມເຂັ້ມງວດຂຶ້ນຕື່ມ ລວມເຖິງມາດຕະການອື່ນໆທີ່ຄວນຈະກຳນົດອອກໃນຄຳສັ່ງ, ແຈ້ງການຂອງຄະນະສະເພາະກິດ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຢູ່ພາຍໃນແຂວງຄຳມ່ວນ ສາມາດຢັບຢັ້ງການຕິດເຊື້ອໄດ້ຢ່າງມີປະສິດທິພາບສູງ.

ເຊິ່ງໃນປະຈຸບັນເຫັນວ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນແຂວງຄຳມ່ວນແມ່ນມີຈຳນວນເພີ່ມຂຶ້ນ ໃນແຕ່ລະວັນ ໂດຍສະເພາະຈຳນວນຜູ້ຕິດເຊື້ອຢູ່ໃນຊຸມຊົນ ທີ່ແຜ່ລາມອອກສູ່ບ້ານຕ່າງໆໃນຂອບເຂດ ເທສະບານແຂວງ ແລະ ໄດ້ຂະຫຍາຍລົງຮອດບັນດາເມືອງຈຳນວນໜຶ່ງ ເຊິ່ງໄດ້ສົ່ງຜົນຫະທົບຕໍ່ຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນ ແລະ ເປັນບັນຫາຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງຄະນະສະເພາະກິດ.