ນັກລົງທຶນຈາກເອີຣົບ ສະເໜີໃຫ້ຫວຽດນາມອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ແລະ ຜ່ອນຜັນມາດຕະການປ້ອງກັນໂຄວິດ – 19

111

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະພາການຄ້າສະຫະພາບເອີຣົບ ເປີດເຜີຍວ່າ: ນັກລົງທຶນຈາກເອີຣົບໃນຫວຽດນາມ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະບາດໂຄວິດ – 19 ໃນຫວຽດນາມ ໂດຍໄດ້ສະເໜີໃຫ້ຫວຽດນາມອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜ່ອນຜັນບາງມາດຕະການ.

ທ່ານ ອະແລັງ ຄານີ ປະທານສະພາການຄ້າສະຫະພາບເອີຣົບ ກ່າວວ່າ: ສິ່ງທີ່ສະມາຊິກຂອງພວກເຮົາຕ້ອງການໃນຂະນະນີ້ກໍຄື ແຜນການທີ່ຊັດເຈນ ນອກເໜືອຈາກມາດຕະການໃນປັດຈຸບັນ ເພື່ອແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ກິດຈະກຳດ້ານເສດຖະກິດ ເພື່ອເປັນແນວທາງໃຫ້ສະມາຊິກກັບມາດຳເນີນທຸລະກິດໄດ້ອີກຄັ້ງ.

ທັງນີ້, ນັບແຕ່ເດືອນເມສາຜ່ານມາ ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະນັບແຕ່ເດືອນກໍລະກົດເປັນຕົ້ນມາ ເຮັດໃຫ້ລັດຖະບານອອກມາດຕະການຄວບຄຸມຢ່າງເຂັ້ມງວດ ເຮັດໃຫ້ຫົວໜ່ວຍທຸລະກິດບາງແຫ່ງຕ້ອງຢຸດຕິການດຳເນີນທຸລະກິດລົງຊົ່ວຄາວ ສົ່ງຜົນໃຫ້ຍອດສົ່ງອອກ, ການຜະລິດພາກອຸດສາຫະກຳ ລວມທັງການຄ້າ ແລະ ບໍລິການ ຫຼຸດລົງໃນເດືອນສິງຫາຜ່ານມາ.

ນອກຈາກນີ້, ພາກທຸລະກິດຈາກເອີຣົບ ຍັງຮຽກຮ້ອງໃຫ້ຫວຽດນາມ ເລັ່ງສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ໄວຂຶ້ນ ລວມທັງການອຳນວຍ ຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜ່ອນຜັນມາດຕະການການຈຳກັດການເດີນທາງ ເພື່ອເຄື່ອນຍ້າຍແຮງງານ, ພ້ອມທັງຮຽກຮ້ອງໃຫ້ຫວຽດນາມອະນຸຍາດໃຫ້ນັກທຸລະກິດທີ່ສັກວັກແຊັງຄົບໂດສແລ້ວ ສາມາດເດີນທາງເຂົ້າຫວຽດນາມໄດ້.