6 ຄ້າຍລົດໃນຍີ່ປຸ່ນ ຫຼຸດກຳລັງການຜະລິດລົງ

913

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄ້າຍລົດ 6 ແຫ່ງໃນຍີ່ປຸ່ນ ລວມທັງໂຕໂຍຕ້າ ມໍເຕີ ກຽມຫຼຸດກຳລັງການຜະລິດລົງ ຈຳນວນ 1 ລ້ານກວ່າຄັນ ໃນປີງົບປະມານ 2021 ເຊິ່ງຖືວ່າເປັນການຫຼຸດກຳລັງການຜະລິດລົງຄັ້ງໃຫຍ່ທີ່ສຸດເທົ່າກັບປີຜ່ານມາ.

ທັງນີ້, ຜົນກະທົບຈາກການແຜ່ລະບາດຂອງໂຄວິດ – 19 ທີ່ກຳລັງຮຸນແຮງຂຶ້ນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ເປັນຖານການຜະລິດ ແລະ ຈັດຫາລົດຍົນສຳຄັນ ກຳລັງປະສົບກັບການຂາດແຄນເຊມີຄອນດັກເຕີ ຫຼື ຊິບ ເປັນສາເຫດຫຼັກຂອງການຫຼຸດກຳລັງການຜະລິດລົງ ບວກກັບຍອດຂາຍໃນຕະຫຼາດເອີຣົບ ແລະ ອາເມຣິກາຫຼຸດລົງ.

ຄ້າຍລົດຍັກໃຫຍ່ຢ່າງໂຕໂຍຕ້າ ໄດ້ທົບທວນຕົວເລກສຳລັບການຜະລິດໃນປີງົບປະມານ 2021 ເຊິ່ງຈະສິ້ນໃນເດືອນມີນາ 2022 ໂດຍຈະຫຼຸດກຳລັງການຜະລິດລົງປະມານ 3%, ສ່ວນນິສສັນ ມໍເຕີ ປະກາດກ່ອນໜ້ານີ້ວ່າຈະຫຼຸດກຳລັງການຜະລິດລົງປະມານ 250.000 ຄັນ, ສ່ວນຮອນດ້າ ມໍເຕີ ຄາດການວ່າຍອດຂາຍຈະຫຼຸດລົງ 150.000 ຄັນ ເພາະຜົນພວງຈາກການຫຼຸດກຳລັງການຜະລິດ, ໃນຂະນະທີ່ຊູຊຸກິ ຈະຫຼຸດກຳລັງການຜະລິດລົງປະມານ 350.000 ຄັນ ຫຼື ປະມານ 10% ຂອງແຜນການ ໂດຍຊູຊຸກີ ກຳລັງປະເຊີນກັບການຂາດແຄນ ຊິບ ຈົນຕ້ອງໄດ້ຢຸດຕິການຜະລິດໃນຍີ່ປຸ່ນ, ໄທ, ຮົງກາຣີ ເປັນການຊົ່ວຄາວ, ສ່ວນການຜະລິດໃນອິນເດຍ ກໍຄາດວ່າຈະຜະລິດໄດ້ພຽງ 40% ຂອງກຳລັງການຜະລິດ. ໃນຂະນະທີ່ ມາສດ້າ ແລະ ມິດຊູບີຊິ ມໍເຕີ ກໍປະກາດຫຼຸດກຳລັງການຜະລິດລົງເຊັ່ນກັນ.

ແນວໃດກໍຕາມ, ຜົນກະທົບທີ່ເກີດຂຶ້ນບໍ່ໄດ້ຈຳກັດຢູ່ໃນຄ້າຍລົດຍີ່ປຸ່ນເທົ່ານັ້ນ ແຕ່ຍັງມີຄ້າຍລົດໃນສະຫະລັດອາເມຣິກາ, ຝຣັ່ງ ແລະ ປະເທດອື່ນອີກ ທີ່ປະກາດຫຼຸດກຳລັງການຜະລິດລົງເຊັ່ນດຽວກັນ.
ຂໍ້ມູນຈາກບໍລິສັດວິໄຈຂອງອາເມຣິກາ ປະເມີນວ່າການຜະລິດລົດໃນທົ່ວໂລກໃນປີ 2021 ຈະຫຼຸດລົງເຫຼືອພຽງ 80 ລ້ານຄັນ ຫຼຸດລົງ 6% ຈາກທີ່ເຄີຍຄາດການໄວ້ເບື້ອງຕົ້ນ.