ເມືອງວຽງທອງປຶກສາຫາລື ການຍົກຍ້າຍເຂົ້າມາຢູ່ບ້ານມີໄຊແບບບໍ່ຖືກຕ້ອງຂອງປະຊາຊົນ

374

ລາຍງານຂ່າວຈາກເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 10 ກັນຍານີ້, ເມືອງວຽງທອງ ຈັດກອງປະຊຸມ ປືກສາຫາລືກ່ຽວກັບປະຊາຊົນທີ່ຍົກຍ້າຍເຂົ້າມາຢູ່ ບ້ານມີໄຊ ເມືອງວຽງທອງ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເປັນປະທານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ມີຜູ້ຕ່າງໜ້າກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຈົ້າເມືອງວຽງທອງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ.


ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ ໄດ້ລາຍງານກ່ຽວກັບປະຊາຊົນ ແຂວງຫົວພັນ ທີ່ຍ້າຍມາຢູ່ບ້ານມີໄຊ ເມືອງວຽງທອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈຳນວນ 12 ຄອບຄົວ, ເຊິ່ງ ໃນເບື້ອງຕົ້ນທາງເມືອງໄດ້ລົງເກັບກໍາຂໍ້ມູນແລ້ວ ລາຍງານແຂວງ, ພ້ອມທັງສ້າງບົດບັນທຶກ ແລະ ນໍາສົ່ງກັບຄືນບ້ານເດີມ ໃນວັນທີ 9 ທັນວາ 2019.

ຈາກນັ້ນໄດ້ມີປະຊາຊົນ 9 ຄອບຄົວ, ມີ 68 ຄົນ, ຍິງ 32 ຄົນ ໄດ້ກັບຄືນມາຢູ່ບ້ານມີໄຊອີກ ໂດຍອ້າງເຫດຜົນວ່າ ມາເກັບກູ້ມັນຕົ້ນ ຈາກນັ້ນຄະນະຮັບຜິດຊອບຂອງເມືອງ ໄດ້ເຮັດບົດບັນທຶກກັບ 9 ຄອບຄົວ ພາຍຫລັງເກັບກູ້ມັນຕົ້ນແລ້ວໃຫ້ກັບຄືນ ແຕ່ເຂົາເຈົ້າຕອບວ່າບໍ່ກັບ ແລະ ລໍຖ້າຄຳຕອບຈາກຂັ້ນເທິງ.

ດັ່ງນັ້ນ ຈຶ່ງໄດ້ມີກອງປະຊຸມຄົ້ນຄວ້າປືກສາຫາລື ເພື່ອຊອກວິທີທາງອອກໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດ ຄຳເຫັນຢ່າງພາວະວິໃສ ເພື່ອຄວາມເປັນເອກະພາບກັນ. ຈາກນັ້ນ, ກໍ່ໄດ້ພ້ອມກັນເດີນທາງໄປພົບປະຢ້ຽມຢາມ ປະຊາຊົນຜູ້ທີ່ຍົກຍ້າຍມາຢູ່ ບ້ານມີໄຊ ຈຳນວນ 9 ຄົວ ຕື່ມອີກ.
ຂ່າວ: ທອງວັນດີ