ນະຄອນໄກສອນ ພົມວິຫານກວດເຂັ້ມຮ້ານຄ້າທີ່ຝ່າຝືນຄຳສັ່ງ

392

ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພາຍຫຼັງທີ່ພົບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນເປັນຈຳນວນຫຼາຍ ແຂວງສະຫວັນນະເຂດໄດ້ປະກາດປິດການເຂົ້າ-ອອກ ພ້ອມທັງປິດການບໍລິການຊື້-ຂາຍທີ່ບໍ່ຈຳເປັນທັງໝົດ ເພື່ອເປັນການຢັບຢັ້ງການລະບາດຂອງພະຍາດບໍ່ໃຫ້ລຸກລາມສູ່ວົງກວ້າງ ແຕ່ພາກປະຕິບັດຕົວຈີງຍັງມີຜູ້ຝ່າຝືນຢູ່.


ເພື່ອສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.ຢູ່ນະຄອນ ໄກສອນ ພົມວິຫານ. ໃນວັນທີ 12 ກັນຍານິ້. ທີມງານກອງເລຂາຄະນະສະເພາະກິດນະຄອນໄກສອນ ພົມວິຫານ ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ ທັງເປັນກອງເລຂາຄະນະສະເພາະກິດນະຄອນ,ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນ ,ປກສ ກຸ່ມບ້ານ ແລະ ນາຍບ້ານ ໄດ້ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືເບົາ ຕັ້ງວົງຊຸມແຊວເຫຼົ້າເບຍ,ເປີດຮ້ານຂາຍເສື້ອ ,ແລະ ຫຼິ້ນກິລາໃນຮົ່ມທຸກປະເພດ.

ເຊິ່ງທາງພະນັກງານເຈົ້າໜ້າທີ່ໄດ້ອະທີບາຍ ເພື່ອກ່າວເຕືອນເຈົ້າຂອງຮ້ານ ຜູ້ປະກອບການ,ຕັ້ງວົງຊຸມແຊວເຫຼົ້າເບຍ ແລະ ກິລາໃນຮົ່ມ ຂໍໃຫ້ການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວ ປະເພດຮ້ານຮ້ານຂາຍເສື້ອຜ້າຈໍານວນໜຶ່ງ ເພື່ອເປັນຫຼັກຖານ.

ຖ້າຫາກວ່າຜູ້ກ່ຽວຍັງມີການລະເມີດຝາຝືນ ບໍ່ປະຕິບັດມາດຕະການ ຫຼື ແຈ້ງການ,ຄໍາແນະນໍາຕ່າງໆ ທີ່ຜິດຕໍ່ລະບຽບກົດໝາຍ ຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະຈະສັ່ງໂຈະບໍ່ໃຫ້ເປີດຮ້ານ ພ້ອມທັງປັບໃໝ ຕາມລະບຽບການ. ນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ,ແຜ່ເຊື້ອພະຍາດ ພະຍາດໂຄວິດ-19 ຢູ່ໃນຊຸມຊົນນະຄອນ ໄກສອນ ພົມວິຫານກໍ່ຄືແຂວງສະຫວັນນະເຂດ ທີນັບມື້ຫຼຸດລົງ ປະຊາຊົນຈະໄດ້ທໍາມາຫາກິນ ສູ່ສະພາບປົກກະຕິ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.