ພົບຜູ້ຕິດເຊື້ອໂຄວິດໃໝ່ 198 ຄົນ, ຊຸມຊົນ 104 ຄົນ, ບ້ານແດງໃໝ່ນະຄອນຫຼວງວຽງຈັນ 3 ບ້ານ ລະວັງແນ່ເດີ້

1163

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 13 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ ທັງໝົດ 198 ຄົນ, ນຳເຂົ້າ 94 ຄົນ, ຊຸມຊົນ 104 ຄົນ ໃນນັ້ນ ຫຼາຍກວ່າໝູ່ແມ່ນແຂວງ ຄໍາມ່ວນ 43 ຄົນ, ຮອງລົງມາແມ່ນ ຈຳປາສັກ 25 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ວ່າ ສະພາບໂຄວິດ-19 ຢູ່ ສປປ ລາວ ໄດ້ກວດວິເຄາະທັງໝົດ 3.425 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນ

ກໍລະນີນໍາເຂົ້າ ມີ 94 ຄົນ ເຊິງ ມາຈາກ ແຂວງ ສະຫວັນນະເຂດ 39 ຄົນ, ສາລະວັນ 26 ຄົນ, ນະຄອນຫຼວງວຽງຈັນ 21 ຄົນ, ,ຈໍາປາສັກ 5 ຄົນ, ຫຼວງພະບາງ 2 ຄົນ ແລະ ໄຊຍະບູລີ 1 ຄົນ.

ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

ເຊິ່ງຕິດເຊື້ອໃນຊຸມຊົນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື ຄໍາມ່ວນ 43 ຄົນ, ຈຳປາສັກ 25 ຄົນ, ຫຼວງພະບາງ 9 ຄົນ, ນະຄອນຫຼວງວຽງຈັນ 9 ຄົນ, ຫຼວງນໍ້າທາ 3 ຄົນ, ບໍ່ແກ້ວ 1 ຄົນ, ເຊກອງ 1 ຄົນ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17.555 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.270 ຄົນ.

ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 3 ບ້ານ ຄື ເມືອງ ໄຊເສດຖາ ບ້ານຄໍາສະຫວາດ, ເມືອງ ຫາດຊາຍຟອງ ບ້ານ ດອນຂາຊ້າຍ, ແລະ ເມືອງ ສີສັດຕະນາກ ບ້ານ ດອນນົກຂຸ້ມ