ໂຮລີຟິລ ນັກມວຍດັງໃນອະດີດ ໝົດສະພາບເສຍນ໊ອກໃຫ້ກັບຄູ່ແຂ່ງພຽງຍົກທໍາອິດ

278
Former MMA star Vitor Belfort, left, knocks down former heavyweight champ Evander Holyfield during the first round of a boxing match Saturday, Sept. 11, 2021, in Hollywood, Fla. (AP Photo/Rebecca Blackwell)

ອີແວນເດີ ໂຮລີຟິລ ຕໍານານນັກມວຍຮຸ່ນໃຫຍ່ຄືນສັງວຽນອີກຄັ້ງ ແຕ່ຄັ້ງນີ້ເສຍໄປແບບໄວວາ ຫຼັງເສຍນ໊ອກໃຫ້ກັບ ວິເຕີ ເບລຟອດ ນັກກີລາຕໍ່ສູ້ແບບປະສົມປະສານຈາກບຣາຊິລ ໄປພຽງຍົກທໍາອິດ ເມື່ອວັນເສົາທີ 11 ກັນຍາ 2021.

ປົກກະຕິ ເບລຟອດ ຈະພົບກັບ ອໍກາ ເດິ ລາ ໂຮຢາ ນັກມວຍອາຍຸ 48 ປິີ ແຕ່ ໂຮຢາ ຕິດໂຄວິດ-19 ຈິ່ງບໍ່ສາມາດຂຶ້ນຊົກໄດ້ ກ່ອນທີ່ ໂຮລີຟິລ ອາຍຸ 59 ປີຈະຖືກເອີ້ນຂຶ້ນມາຊົກແທນໃນກະຕິກາມວຍສາກົນ ປາກົດວ່າ: ການແຂ່ງຂັນຮູ້ຜົນຢ່າງໄວວາເມື່ອ ເບລຟອດ ອອກໝັດຊຸດໃສ່ ໂຮລີຟິລ ກ່ອນຈະຈົບດ້ວຍການອອກໝັດຊ້າຍເຂົ້າໜ້າໃສ່ ໂຮລີຟີລ ຫຼາຍຄັ້ງ ກ່ອນກໍາມະການສັ່ງຢຸດຕິການແຂ່ງຂັນໃນໄລຍະ 10 ວິນາທີສຸດທ້າຍຂອງຍົກທໍາອິດ.

ສໍາລັບ ໂຮລີຟິລ ອະດີດແຊັມມວຍຮຸ່ນເຮຟວີເວດ ບໍ່ໄດ້ຂຶ້ນຊົກມານັບຕັ້ງແຕ່ປີ 2001 ແລະ ບໍ່ໄດ້ຮັບອະນຸຍາດຈາກຄະນຳກໍາມະການກີລາລັດແຄລິຟໍເນຍ ເຮັດໃຫ້ໄຟທ໌ນີ້ຕ້ອງຍ້າຍມາຊົກທີ່ລັດຟລໍຣິດາ ສະຫະລັດອາເມຣິກາ.
ຮູບຈາກ: AP