ດ່ວນ! ອຸຕຸເຕືອນອີກ ພາກກາງ ແລະ ພາກໃຕ້ ໃຫ້ລະວັງຟ້າຝົນລົມແຮງ ມາພ້ອມພາຍຸດີເປຣຊັນ

547

ໃນອາທິດຜ່ານມາ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນກ່ຽວກັບພາຍຸໂກນເຊິນຫຼາຍສະບັບ, ອັນຈະມີລົມພັດແຮງ ແລະ ຝົນຕົກໜັກ ພ້ອມເຕືອນໃຫ້ພໍ່ແມ່ປະຊາຊົນລະມັດລະວັງຕໍ່ພາຍຸດັ່ງກ່າວ.

ຕໍ່ມາໃນວັນທີ ວັນທີ 11 ກັນຍາ 2021 ເກີດເຫດມີລົມພາຍຸເຂດຮ້ອນ ໂກນເຊີນ ພັດຜ່ານເຂົ້າພາກໃຕ້ຂອງລາວ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ບ້ານໂພນໃຜ່ ເມືອງ ແລະ ແຂວງສາລະວັນ ເສຍຫາຍໜັກ 20 ຫຼັງຄາ, ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບ 9 ຄົນ ແລະ ອີກ 139 ຄົນຂາດທີ່ຢູອາໄສ.

ຫຼ້າສຸດ, ມີແຈ້ງເຕືອນພາຍຸໝຸນເຂດຮ້ອນປະຈໍາວັນທີ 13 ກັນຍາ 2021 ໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານ ຢູ່ເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ ພ້ອມດຽວກັນພາຍຸ ດີເປຣຊັນ ໃນເວລາ 7:00 ໂມງເຊົ້າ ຂອງວັນທີ 13 ກັນຍາ 2021 ຍັງເຄື່ອນທີ່ຢູ່ເສັ້ນຂະໜານທີ 15.4 ອົງສາເໜືອ ແລະ ເສັ້ນແວງທີ 108.7 ອົງສາຕາເວັນອອກ ແລະ ສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້.

ເຊິ່ງວົງລັດສະໝີຂອງພາຍຸຫົວນີ້ຍັງກວມເອົາເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ອັນຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນ ບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບ ຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆ ຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະ ພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນ ທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.