ຊາລາ ຍິງຄົບ 100 ປະຕູໃນພຣີເມຍລີກ ອັງກິດ ໄດ້ໄວທີ່ສຸດເປັນອັນດັບ 5

336
Liverpool's Mohamed Salah celebrates after scoring the opening goal during the English Premier League soccer match between Leeds United and Liverpool at Elland Road, Leeds, England, Sunday, Sept. 12, 2021. (AP Photo/Rui Vieira)

ໂມຮາເໝັດ ຊາລາ ກອງໜ້າຂອງ ລິເວີພູລ ກາຍເປັນນັກເຕະຄົນຫຼ້າສຸດທີ່ຍິງປະຕູຄົບ 100 ໜ່ວຍ ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ໄດ້ໄວທີ່ສຸດ ຫຼັງຈາກທີ່ຍິງ 1 ປະຕູຊ່ວຍໃຫ້ກັບ ລິເວີພູລ ເອົາຊະນະ ລີດສ໌ ຢູໄນເຕັດ 3-0 ເມື່ອວັນທີ 12 ກັນຍາ 2021 ແລະ ຍັງເປັນນັກເຕະທີ່ຍິງຄົບ 100 ປະຕູໄດ້ໄວທີ່ສຸດອັນດັບ 5.

ຊາລາ ກອງໜ້າທີມຊາດເອຢິບ ກາຍເປັນນັກເຕະທີ່ຍິງປະຕູທໍາອິດໃຫ້ກັບ ລິເວີພູລ ຂຶ້ນນໍາກ່ອນ 1-0 ນາທີໆ 20 ກ່ອນທີ່ທີມຈະບຸກເອົາຊະນະ ລີດສ໌ ຢູໄນເຕັດ 3-0 ໂດຍອີກ 2 ປະຕູໄດ້ຈາກ ຟາບິນໂຢ ນາທີໆ 50 ແລະ ຊາດິໂອ ມາເນ ໃນໄລຍະຕໍ່ເວລາບາດເຈັບ.

ຈາກປະຕູດັ່ງກ່າວ ເຮັດໃຫ້ ຊາລາ ຍິງປະຕູຄົບ 100 ໜ່ວຍໃນການແຂ່ງຂັນພຣີເມຍລີກ ອັງກິດ ໂດຍແບ່ງເປັນ 98 ປະຕູຈາກ ລິເວີພູລ ແລະ 2 ປະຕູຈາກ ເຊລຊີ ພ້ອມທັງເປັນນັກເຕະທີ່ຍິງ 100 ປະຕູໄດ້ໄວທີ່ສຸດອັນດັບ 5 ຈາກ 162 ນັດ ( ເຊລຊີ 13 ນັດ ) ນັບຕັ້ງແຕ່ພຣີເມຍລີກ ອັງກິດ ສ້າງຕັ້ງຂຶ້ນມາແຕ່ລະດູການ 1992-1993.

ສໍາລັບ ນັກເຕະທີ່ຍິງຄົບ 100 ປະຕູໄດ້ໄວທີ່ສຸດໃນພຣີເມຍລີກ ອັງກິດ ເປັນ ອະລັນ ເຊຍເຣີ ຕໍານານນັກເຕະທີມຊາດອັງກິດ ທີ່ຫຼິ້ນໃຫ້ກັບ ແບລັກເບິນ ແລະ ນິວຄາສເຊິລ ຈາກການລົງສະໜາມພຽງ 124 ນັດ, ອັນດັບ 2 ແຮຣີ ເຄນ ໃຊ້ເວລາ 141 ນັດ, ອັນດັບ 3 ເຊຄິໂອ ອິເກວໂຣ ໃຊ້ເວລາ 147 ນັດ ແລະ ອັນດັບ 4 ເທຍຣີ ອອງຣີ ໃຊ້ເວລາ 160 ນັດ.
ຮູບຈາກ: AP