ກຽມມາດີເທື່ອນີ້ຄວາມຝັນຄືກ້າວເຂົ້າສູ່ວົງການບັນເທີງ ຫນຸ່ມກ້າມໃຫຍ່ ຈອນນີ້ ລັດຕະນະວົງ MR10

811

ສາວໆຄົນໃດເຫັນກໍຕ້ອງໃຈລະລາຍ ກັບກ້າມຫມັດໃຫຍ່ທີ່ໄດ້ຈາກການອອກກໍາລັງກາຍ ເຮັດໃຫ້ມີຮູບຮ່າງ ແລະ ສຸຂະພາບທີ່ດີ ດ້ວຍການຝຶກວິໄນໃຫ້ຕົນເອງ ແລະ ໃຊ້ຄວາມພະຍາຍາມລ້ວນໆເລີຍກວ່າຈະໄດ້ມາ ມື້ນີ້ທໍາຄວາມຮູ້ຈັກກັບອີກຫນຶ່ງຫນຸ່ມໃນເວທີປະກວດຊາຍງາມ Mister Laos Mister International Laos 2021 ຜູ້ຜ່ານເຂົ້າຮອບ 20ຄົນ ຫນຸ່ມກ້າມໃຫຍ່ ລັດຕະນະວົງ ບຸດດີ ຫລື ຈ່ອນນີ້ MR10  ປັດຈຸບັນ ອາຍຸ 26ປີ ກຳລັງສຶກສາທີ່ ສສ ຫວຽດນາມ ເປັນຕົວແທນຈາກນະຄອນຫລວງວຽງຈັນນີ້ເອງ.

ຈອນນີ້ ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ເວທີ Mister Laos Mister International Laos ຄືເວທີທໍາອິດທີ່ໄດ້ເຂົ້າປະກວດເລີຍ ເພາະບໍ່ເຄີຍຜ່ານເວທີໃດມາກ່ອນ ການເຂົ້າປະກວດໃນເວທີນີ້ກໍຄືການເລີ່ມຕົ້ນຫລື ກຽມພ້ອມທີ່ຈະເຂົ້າໃນວົງການບັນເທິງໃນອະນາຄົດ ບໍ່ວ່າຈະເປັນການເດີນແບບ ຫລື ຖ່າຍແບບຕ່າງໆ ເຊິ່ງເປົ້າຫມາຍໃນເວທີນີ້ກໍຄື ການຢູ່ໃນລະດັບທ໋ອບຂອງເວທີ ແລະ ໄດ້ຕໍາແຫນ່ງອັນຊົງກຽດມາຄອບຄອງ ເພືື່ອຈະເປັນປະຕູໃນອະນາຄົດໃຫ້ຕົນເອງໄດ້ກ້າວເຂົ້າສູ່ວົງການບັນເທີງ.

ສິ່ງທີ່ເປັນຄວາມສາມາດຂອງຕົນເອງຢາກຈະໂຊອອກສູ່ສາຍຕາທຸກຄົນແມ່ນ ການລຳມວຍໄຫວ້ຄູຄືສີລະປະຂະແຫນງຫນຶ່ງທີ່ຢູ່ຄູ່ຊາວລາວເຮົາມາແຕ່ສະໄຫມບູຮານ ແລະ ເປັນອີກສິ່ງຫນຶ່ງທີ່ບົ່ງບອກເຖິງຄວາມເປັນລາວເຮົາໄດ້ເປັນຢ່າງດີ ຈອນນີ້ເອງ ກໍຢາກຈະນໍາວັດທະນະທໍາ ແລະ ຄວາມເປັນລາວນີ້ໄປເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້.

ສໍາລັບຈ່ອນນີ່ ຄິດວ່າຕົນເອງມີຈຸດເດັ່ນຢູ່ທີ່ຮ່າງກາຍ ເພາະຜ່ານການເຝິກຝົນມາຢ່າງຫນັກເປັນເວລານານພໍສົມຄວນເປັນຈຸດເດັ່ນອີກຢ່າງທີ່ນ້ອງມີ ນອກຈາກຮ່າງກາຍແລ້ວ ກໍຈະແມ່ນການມີຮອຍຍິ້ມທີ່ເປັນເອກະລັກ, ຄວາມຕົງໄປຕົງມາ ບວກກັບການເປັນຄົນລ່າເລີງອອກຈະຂີ້ດື້ໜ້ອຍຫນຶ່ງ ນ້ອງຄິດວ່ານີ້ແລມັນຄືສະເຫນ່ອີກຢ່າງທີ່ມີ ນອກຈາກນີ້ກໍຄືການມີມິດຕະພາບ, ຄວາມສາມັກຄີ, ການຊ່ວຍເຫລືອກັນພາຍໃນກອງກໍສຳຄັນບໍ່ເຊັ່ນດຽວກັນ.

ດັ່ງທີ່ຮູ້ກັນດີວ່າເວທີນີ້ເປັນເວທີປະກວດ ສະນັ້ນການກຽມຕົວກ່ອນທີ່ຈະເຂົ້າປະກວດກໍຄື: ການກຽມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈບໍ່ວ່າຈະເປັນການຟິດຫຸ່ນ, ການປັບປ່ຽນແນວຄວາມຄິດຕ່າງໆ.. ການກຽມພ້ອມທີ່ຈະໃຊ້ຊີວິດຮ່ວມກັບຄົນອື່ນ ຈາກທີ່ເຄີຍຊິນການໃຊ້ຊີວິດແບບໂດດດ່ຽວກໍຮຽນຮູ້ທີ່ຈະເຂົ້າສັງຄົມ ເພື່ອການຢູ່ຮ່ວມກັນຫລາຍຂຶ້ນ ແລະ ຖ້າໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນເພື່ອຊ່ວຍເຫລືອສັງຄົມຄື: ສິ່ງທຳອິດທີ່ນ້ອງຈະພຶງລະລຶກໄວ້ສະເຫມີກໍຄືການສຳນຶກບຸນຄຸນ ເພາະເວທີນີ້ເປັນເວທີທີ່ໃຫ້ຫລາຍກວ່າການແຂ່ງຂັນ ມັນມີທັງມິດຕະພາບຈາກຫມູ່ເພື່ອນ ອ້າຍເອື້ອຍນ້ອງ, ຜູ້ຫລັກຜູ້ໃຫຍ່ທັງຫລາຍ ແລະ ນ້ອງເອງກໍຈະເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ບໍ່ວ່າຈະເປັນການໃຊ້ຊີວິດໃຫ້ມີສະຕິລະວັງຕົວຢູ່ສະເຫມີ, ການດູແລເບິ່ງແຍງສຸຂະພາບ ແລະ ທີ່ສໍາຄັນຄືການເປັນຫນ້າເປັນຕາໃຫ້ແກ່ໂຄງການປະກວດໃນຄັ້ງນີ້.

ສຳລັບຄຳເວົ້າທີ່ເກັບໄວ້ເຕືອນໃຈຂອງນ້ອງຕະຫລອດກໍຄື.. “ຈົ່ງເປັນໂຕຂອງໂຕເອງໃນເວີ້ຊັ້ນທີ່ດີກວ່າເກົ່າ” ຮູ້ຈັກຮັບຟັງ ແລະ ໄຈ້ແຍກຄຳຕິຊົມຂອງຄົນອື່ນ  ແຕ່ກໍບໍ່ຄວນເກັບທຸກຄຳເວົ້າມາໃສ່ໃຈ ຈົ່ງເລືອກສະເພາະຄຳເວົ້າທີ່ມີປະໂຫຍດ ແລະ ມີຜົນທີ່ຈະເຮັດໃຫ້ການພັດທະນາຂອງເຮົາດີຂຶ້ນໄປເທົ່ານັ້ນ’’

ສຳລັບກິດຈະກຳຍາມວ່າງຂອງນ້ອງແນ່ນອນເລີຍທີ່ຈະຂາດບໍ່ໄດ້ກໍຄື ກິລາ ບໍ່ວ່າຈະເປັນກິລາບານເຕະ ຫລື ການເຂົ້າຟິດເນສ ເພາະໂດຍພື້ນຖານນ້ອງຈະເປັນຄົນຮັກສາສຸຂະພາບເປັນທຶນເດີມຢູ່ແລ້ວ ຮອງລົງມາກໍແມ່ນການຫລິ້ນເກມ ຟັງເພງ ຕາມພາສາຜູ້ຊາຍທົ່ວໄປ ສຸດທ້າຍແລ້ວ ນ້ອງກໍຢາກຝາກໃຫ້ທຸກຄົນຕິດຕາມໂຄງການ ແລະ ເປັນກໍາລັງໃຈໃຫ້ MR10  ແນ່ເດີ້ ຊອງທາງການຕິດຕາມ ເຟສບຸກສ່ວນຕົົວ Johnny Lattanavong.

ຮູບ: Johnny Lattanavong.