ນໍ້າຕາແຫ່ງຄວາມປະທັບໃຈ! ແມ່ຂອງ ໂຣນັລໂດ ດີໃຈຈົນນໍ້າຕາໄຫຼ ຫຼັງລູກຊາຍຍິງປະຕູໃຫ້ກັບ ແມນຢູ

611

ເປັນເຫດການທີ່ປະທັບໃຈແຟນບານທົ່ວໂລກ ຫຼັງຈາກທີ່ ໂດໂລເຣສ ອະເວຍໂຣ ແມ່ຂອງ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ເຖິງກັບນໍ້າຕາໄຫຼດ້ວຍດີໃຈ ຫຼັງຈາກທີ່ ໂຣນັລໂດ ຜູ້ເປັນລູກຊາຍສຸດທີ່ຮັກຍິງປະຕູທໍາອິດໃຫ້ກັບທີມຂຶ້ນນໍາ 1-0 ໃນພຣີເມຍລີກ ອັງກິດ ນັດທີ່ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ນິວຄາສເຊິລ ຢູໄນເຕັດ 4-1 ເມື່ອວັນທີ 11 ກັນຍາ 2021.

ແມ່ຂອງ ໂຣນັລໂດ ເດີນທາງມາໃຫ້ກໍາລັງໃຈລູກຊາຍ ໃນນັດທໍາອິດທີ່ລົງແຂ່ງຂັນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ( ຮອບ 2 ) ນັ່ງເບິ່ງຢູ່ທີ່ໂຊນວີໄອພີ.

ນັດດັ່ງກ່າວ ໂຣນັລໂດ ຍິງປະຕູທໍາອິດໃຫ້ກັບທີມຂຶ້ນນໍານາທີໆ 45 ກ່ອນທີ່ຈະຍິງປະຕູທີ 2 ໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ຂຶ້ນນໍາ 2-0 ນາທີໆ 62 ເຮັດໃຫ້ ໂຣນັລໂດ ຍິງປະຕູໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໄປແລ້ວ 120 ປະຕູ ຈາກການລົງແຂ່ງຂັນທຸກລາຍການ 293 ນັດ ນັບລວມກັບຕອນທີ່ ໂຣນັລໂດ ເຄີຍຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ລະຫວ່າງປີ 2003-2009.