ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ

698

ວັນທີ 12 ກັນຍາ 2021 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ເລກທີ 1045/ກອຕທ, ສະບັບທີ 4 ວ່າ: ໃນເວລາ 07:00 ໂມງ ຂອງວັນທີ 12 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ຫົວທີ 13 ໄດ້ອ່ອນກໍາລັງລົງເປັນ ພາຍຸດີເປຣຊັນ ມີສູນກາງ ຢູ່ເສັ້ນຂະໜານທີ 15.0 ອົງສາເໜືອ ແລະ ເສັ້ນແວງທີ 109.0 ອົງສາຕາເວັນອອກ ແລະ ຍັງສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ- ຕາເວັນຕົກສ່ຽງໃຕ້ຢ່າງຊ້າໆ.

ພາຍຸຫົວນີ້ ຍັງເຄື່ອນທີ່ຢູ່ທາງພາກກາງ ຕອນເທິງຂອງ ປະເທດ ສສ ຫວຽດນາມ ແລະ ຈະເຄື່ອນທີ່ຜ່ານພາກກາງ ຫາ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 12 ຫາ 13 ກັນຍາ 2021 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:
– ໄລຍະວັນທີ 12 ຫາ 13 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.
– ໄລຍະວັນທີ 13 ຫາ 14 ກັນຍາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງສາລະວັນ, ຈໍາປາສັກ, ອັດຕະປື, ເຊກອງ, ບໍ່ແກ້ວ, ຫລວງນໍ້າທາ, ໄຊສົມບູນ, ໄຊຍະບູລີ, ວຽງຈັນ, ນະຄອນ ຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບລົມພັດແຮງ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ຳຖ້ວມ ຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາ ກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.