ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນ ເຈົ້າໜ້າທີ່ສະເພາະກິດລະບຸຍັງເກີດຈາກການຊຸມແຊວ

467

ນິໄສໃຈຄໍຂອງຄົນລາວໃນການໄປມາຫາສູ່ການຊຸມແຊວສ້າງສັນ ທີ່ປະຕິບັດກັນມາແຕ່ຊ້ານານ ຖ້າບໍ່ລະຖີ້ມ ບໍ່ອົດທົນສູ້ຊົນໄປນຳກັນໂຄວິດຄົງຍາກຈະຄວບຄຸມໄດ້ ເຊິ່ງຜົນການກວດວິເຄາະປະຈຳວັນທີ 11 ກັນຍາ ມີຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນອີກ 96 ຄົນ ຄະນະສະເພາະກິດລະບຸວ່າ ນັ້ນເປັນຍ້ອນການຈຳກັດບໍລິເວນບໍ່ເຄັ່ງຄັດ ແລະມັກມີການຊຸມແຊວຢູ່ຕະຫຼອດ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ປະຈຳວັນທີ 12 ກັນຍາ 2021 ໂດຍລະບຸວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 11 ກັນຍາ 2021 ທົ່ວປະເທດໄດ້ກວດວິເຄາະທັງໝົດ 4.092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ.

ສຳລັບກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ . ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17.357 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.228 ຄົນ.

ທ່ານ ຮອງຫົວໜ້າກົມກ່າວອີກວ່າ: ສາເຫດທີ່ມີການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນມາຈາກຫຼາຍຢ່າງເປັນຕົ້ນ ການຈໍາກັດບໍລິເວນສໍາລັບ ແຮງງານ ຫຼື ຜູ້ເດີນທາງມາແຕ່ຕ່າງປະເທດ ແລະ ຜູ້ສໍາຜັດໃກ້ຊິດ ແມ່ນສັງເກດເຫັນວ່າ ການຈໍາກັດບໍລິເວນ 14 ວັນ ຢູ່ຂັ້ນແຂວງແມ່ນປະຕິບັດໄດ້ດີ ແຕ່ ການສືບຕໍ່ໄປຈໍາກັດບໍລິເວນຢູ່ຂັ້ນເມືອງ/ບ້ານ ອີກ 14 ວັນນັ້ນ ແມ່ນຍັງປະຕິບັດບໍ່ໄດ້ດີ ມີການໄປມາຫາສູ່ກັບບຸກຄົນອື່ນ ແລະ ກິນເຂົ້າ ຊຸມແຊວກັບຍາດຕິພີ່ນ້ອງ, ໝູ່ເພື່ອນ, ເຊິງເປັນສາເຫດໃຫ້ມີການຕິດເຊື້ອໃນຊຸມຊົນເພີ້ມຂື້ນ.