ແຂວງບໍ່ແກ້ວ ມອບ-ຮັບ ໜ້າທີຫົວໜ້າຫ້ອງເສນາທິການ ທະຫານແຂວງຜູ້ໃໝ່, ພ້ອມປະກາດການແຕ່ງຕັ້ງຂັ້ນພະແນກການ, ປະກາດການເລືອນຊັ້ນ, ປະດັບທຽບຊັ້ນ ໃຫ້ນາຍທະຫານ

417

ວັນທີ 8 ກັນຍາ 2021 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບໜ້າທີ່ຫົວໜ້າຫ້ອງເສນາທິການລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ປະກາດການແຕ່ງຕັ້ງຂັ້ນພະແນກການ, ປະກາດການເລືອນຊັ້ນ, ປະດັບທຽບຊັ້ນ ໃຫ້ນາຍທະຫານ ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກ-ຄະນະກອງບັນຊາ 5 ຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພິທີ ສະຫາຍ ພັນໂທ ໂສວັນ ພັນທັນນີ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍ່ແກ້ວຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ ພ້ອມທັງກ່າວມອບໜ້າທີ່ໃຫ້ ສະຫາຍ ພັນໂທ ບຸນຈັນ ສີທະບຸນ ຫົວໜ້າຫ້ອງເສນາທິການທະຫານແຂວງບໍ່ແກ້ວ ຜູ້ໃໝ່ ສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ມີຄຸນນະພາບ, ມີການນຳພາທີດີ ແລະ ເຂັ້ມແຂງຂຶ້ນ ເລື້ອຍໆ. ພ້ອມທັງລົງລາຍເຊັ່ນບົດມອບ-ຮັບ ຢ່າງເປັນການ.

ໂອກາດດັ່ງກ່າວ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຄະນະພັກຮາກຖານຫ້ອງການເມືອງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ລະອຽດຄື: ສະຫາຍ ພັນໂທ ຂັນເງິນ ບົວລະພັນ ເປັນຫົວຫນ້າພະແນກໂຮງຮຽນ, ພັນໂທ ນາງ ສຸດທະພອນ ຜີວຜາສຸກ ເປັນຫົວຫນ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ, ພັນໂທ ສີນວນ ອິນທະສອນ ເປັນຫົວຫນ້າພະແນກຈັດຕັ້ງພັກ, ພັນໂທ ກອງແກ້ວ ຈະເລີນສຸກ ເປັນຫົວໜ້າພະແນກການທະຫານທ້ອງຖິ່ນ, ພັນໂທ ສົມ ສູງປັນຍາ ເປັນຫົວຫນ້າພະແນກກໍ່ສ້າງຮາກຖານ, ພັນໂທ ພອນວິໄລ ຈິດວິລະຜົນ ເປັນຫົວຫນ້າພະແນກການເງິນ, ພັນຕີ ນາງ ສີພົມລິນທອງ ເປັນຫົວຫນ້າພະແນກສະຫະພັນແມ່ຍິງ, ພັນຕີ ສີວັນໄຊ ໄຊມິດຕະພອນ ເປັນຫົວຫນ້າພະແນກສູ້ຮົບ, ພັນຕີ ເພີນຈະເລີນໄຊ ວົງໝຶ່ນກ້າ ເປັນຫົວຫນ້າພະແນກອົບຮົມ, ພັນຕີ ວາດສະໜາ ໄຊຍະບຸດ ເປັນຫົວຫນ້າພະແນກປືນໃຫຍ່ຫນ້າດິນ, ພັນຕີ ວົງໄຊ ບຸດຕະວົງ ເປັນຫົວຫນ້າພະແນກກວດກາ, ພັນຕີ ເຄນ ກົມແພງມີ ເປັນຫົວຫນ້າພະແນກອຸປະໂພກ-ບໍລິໂພກ, ຮ້ອຍເອກ ອໍາພອນ ກິດຕິວົງ ເປັນຫົວຫນ້າພະແນກແຜນທີ, ພັນໂທ ສັນທະວິໄຊ ເໝືອນໄຊຍະທາດ ເປັນຮອງພະແນກການເງິນ, ພັນຕີ ພາລີ ໂຈຊື ເປັນຮອງພະແນກໂຮງຮຽນ.

ພັນຕີ ຄໍາເພັດ ໄຊຍະວົງ ເປັນຮອງພະແນກຂົນສົ່ງ, ພັນຕີ ຄໍາເມິງ ແສນແກ້ວ ເປັນຮອງພະແນກແຜນທີ່, ພັນຕີ ສີສະຫວັນ ແຕນລີຮຽນ ເປັນຮອງພະແນກປ້ອງກັນອາກາດ, ພັນຕີ ວັນເພັດ ວົງມະນີ ເປັນຮອງພະແນກບໍລິຫານ-ສັງລວມ ຫ້ອງເສນາ, ພັນຕີ ບຸນເຖິງ ເຂັມສະຫວັນ ເປັນຮອງພະແນກການທະຫານທ້ອງຖິ່ນ, ພັນຕີ ຫຸມເພັງ ແກ້ວປະເສີດ ເປັນຮອງພະແນກອຸປະໂພກ-ບໍລິໂພກ, ຮ້ອຍເອກ ນາງ ກອງແພງ ຜີວຜາສຸກ ເປັນຮອງພະແນກສະຫະພັນແມ່ຍິງ, ຮ້ອຍເອກ ບຸນຄົງ ອິນທະວົງ ເປັນຮອງພະແນກຈັດຕັ້ງພັກ.

ຮ້ອຍເອກ ຕີນ້ອຍ ຫຼ້າມົນຕີ ເປັນຮອງພະແນກອົບຮົມ, ພັນຕີ ນ້ອຍ ກາອິງໂດຍ ເປັນຫົວຫນ້າການເມືອງກອງພັນນ້ອຍ 405, ພັນຕີ ທອງດີ ຫຼືວັນເກດ ເປັນຮອງການເມືອງກອງພັນນ້ອຍ 405. ຈາກນັ້ນຍັງໄດ້ປະກາດການເລືອນຊັ້ນ ແລະ ປະດັບທຽບຊັ້ນໃຫ້ນາຍທະທານຜູ້ທີ່ມີຜົນງານດີເດັ່ນປະກອບມີ: ຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 16 ສະຫາຍ, ຍິງ 4 ສະຫາຍ, ຮ້ອຍໂທ ຂື້ນຮ້ອຍເອກ ຈຳນວນ 26 ສະຫາຍ ຍິງ 2 ສະຫາຍ, ຮ້ອຍຕີ ຂື້ນຮ້ອຍໂທ 30 ສະຫາຍ ຍິງ 4 ສະຫາຍ ແລະ ປະດັບຊັ້ນຮ້ອຍໂທ ໃຫ້ນັກຮຽນຈົບຂັ້ນປະລິນຍາຕີ, ຊັ້ນສູງ ຈຳນວນ 16 ສະຫາຍ ຍິງ 1 ສະຫາຍ ແລະ ປະດັບຊັ້ນ ຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ ຈຳນວນ 4 ສະຫາຍ.

ເປັນກຽດຂຶ້ນປະດັບຊັ້ນຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະຢ່າງສົມກຽດ.

ໂດຍ: ວໍລະສິດ ພິດສະຫາຍ