ສປປ ລາວ-ສ ປານາມາ ລົງນາມໃນຖະແຫລງ ການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ

529

ຂປລ. ວັນທີ 9 ກັນຍາ ຜ່ານມາ, ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະ ນະລັດ ປານາມາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ, ສະຫະລັດ ອາເມລິກາ ໄດ້ມີພິທີລົງນາມ ໃນຖະແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ.

ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງ ການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປານາມາ ແມ່ນ ທ່ານ ນາງ ມຼາໂກວາ ຄອນເຊບຊີອົ່ງ ຮາຣາມີໂຢ (H.E. Markova CONCEPCIÓN JARAMILLO), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປານາມາ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.


ການປຶກສາຫາລື ແລະ ຕົກລົງກັນ ລະຫວ່າງ ສອງລັດຖະບານ ກ່ຽວກັບການສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ແມ່ນໄດ້ມີຂຶ້ນໃນປີ 2019 ຜ່ານມາ ແຕ່ຍັງບໍ່ສາມາດຈັດຕັ້ງພິທີລົງນາມຢ່າງເປັນທາງການກ່ອນໜ້ານີ້ໄດ້ ເນື່ອງຈາກສະພາບຄວາມກຽມພ້ອມຂອງທັງສອງຝ່າຍ, ການສ້າງຕັ້ງສາຍພົວພັນການທູດກັບ ສ ປານາມາ ຄັ້ງນີ້ເປັນການປະກອບສ່ວນສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດແນວທາງ ການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ກັບບັນດາປະເທດໃນໂລກ.