ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ພາຍຸເຂດຮ້ອນ ໂກນເຊິນ

2477

ວັນທີ 11 ກັນຍາ 2021 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ເລກທີ 1044/ກອຕທ, ສະບັບທີ 3 ວ່າ: ໃນເວລາ 07:00 ໂມງ ຂອງວັນທີ 11 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ຫົວທີ 13 ມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ຢູ່ເສັ້ນຂະ ໜານທີ 15.8 ອົງສາເໜືອ ແລະ ເສັ້ນແວງທີ 110.1 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 90 ກິໂລແມັດ ຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ຍັງຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງພາກກາງ ຕອນເທິງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 13 ກັນຍາ 2021. ຫລັງຈາກນັ້ນ ຈະອ່ອນກໍາລັງເປັນພາຍຸດີເປຣຊັນ ແລະ ຈະເຄື່ອນທີ່ຜ່ານ ພາກກາງ ຫາ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:
– ໄລຍະວັນທີ 11 ຫາ 13 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.


– ໄລຍະວັນທີ 13 ຫາ 15 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະ ຜູ້ທີ່ອາໃສຢູ່ຕາມລຽບຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆ ເປັນຕົ້ນແມ່ນຢູ່ ແຂວງສາລະວັນ, ຈໍາປາສັກ, ອັດຕະປື, ເຊກອງ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫລວງນໍ້າທາ, ໄຊສົມບູນ, ໄຊຍະບູລີ, ຫລວງພະບາງ, ວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄ, ຄໍາມ່ວນ ແລະ ສະຫວັນນະເຂດ.

 

ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ຳຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາ ກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-3 ວັນຕໍ່ໜ້ານີ້.