6 ເດືອນຕົ້ນປີນີ້ ມູນຄ່າການຄ້າລະຫວ່າງ ລາວ-ອົດສະຕຣາລີ ບັນລຸຫຼາຍກວ່າ 213ລ້ານໂດລາ

551

ໃນໂອກາດທີ່ທ່ານລັດຖະມົນຕີກະຊວງ ອຄ ຕ້ອນຮັບການຢ້ຽມຢາມຂອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ລາຍງານວ່າ ມູນຄ່າການຄ້າ 6 ເດືອນຕົ້ນປີນີ້ ລະຫວ່າງ ສປປ ລາວ ແລະ ອົດສາຕຣາລີ ບັນລຸໄດ້ 213,4 ລ້ານໂດລາ.


ໃນວັນທີ 10 ກັນຍາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ອຄ ໄດ້ຕອນຮັບການຢ້ຽມຂອງ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ເພື່ອເຂົ້າຢ້ຽມຂໍ່ານັບທ່ານລັດຖະມົນຕີເນື່ອງໃນໂອກາດ ການຮັບໜ້າທີ່ໃໝ່ຂອງທ່ານລັດຖະມົນຕີ ກະຊວງ ອຄ.


ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ລາຍງານການພົວພັນການຄ້າ ລະຫວ່າງ ລາວ ແລະ ອົດສະຕຣາລີ ໃນໄລຍະຜ່ານມາ ເຊິ່ງໃນ 6 ເດືອນ ຕົ້ນປີ 2021 ມູນຄ່າການຄ້າສອງຝ່າຍ ລາວ-ອົດສະຕຣາລີ ບັນລຸໄດ້ 213,4 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າບັນລຸໄດ້ 45,06 ລ້ານໂດລາ ແລະ ມູນຄ່າການສົ່ງອອກບັນລຸໄດ້ 168,4 ລ້ານໂດລາ.

ສິນຄ້າຫຼັກທີ່ລາວ ນໍາເຂົ້າ ຈາກ ອົດສະຕຣາລີ ໃນ 6 ເດືອນຕົ້ນປີປະກອບມີ: ຖ່ານຫີນລິກໄນ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ; ແລະ ຜະລິດຕະພັນທາງເຄມີ. ສ່ວນສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກ ໄປອົດສະຕຣາລີ ໃນ 6 ເດືອນຕົ້ນປີ ປະກອບມີ: ຄໍາປະສົມ, ຄໍາແທ່ງ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ໄຂ່ມຸກ.

ໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ກໍໄດ້ກ່າວຂອບໃຈຕໍ່ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ທີ່ໄດ້ມາຢ້ຽມຢາມ ພ້ອມທັງຂອບໃຈທີ່ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ສະເໜີຍັງທ່ານທູດໃຫ້ລັດຖະບານ ອົດສະຕຣາລີ ຄົ້ນຄ້ວາໃຫ້ການຊ່ວຍເຫຼືອຂະແໜງ ອຄ ຕື່ມອີກ.

ຂ່າວ-ພາບ: ສັນຕິ