ແຂວງເຊກອງ ກຽມຈັດການແຂ່ງຂັນບານເຕະຮຸ່ນທົ່ວໄປຊາຍ ຊີງຂັນເຈົ້າແຂວງກາງເດືອນນີ້

380

ສະຫະພັນບານເຕະແຂວງເຊກອງ ປະກາດຜ່ານເພຈ໌ບຸກທາງການໃນວັນທີ 10 ກັນຍາ 2021 ໂດຍລະບຸວ່າ: ການແຂ່ງຂັນກີລາບານເຕະ ຮຸ່ນຊາວໝຸ່ມທົ່ວໄປທີມຊາຍ ຊິງຂັນ ທ່ານເຈົ້າແຂວງເຊກອງ ຄັ້ງທີ II ປະຈຳປີ 2021 ກຽມເປີດສາກຂຶ້ນ ວັນທີ 17 ກັນຍາ 2021 ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມຄື:
1. ແມັດທິວ ເອັຟຊີ
2. ເມືອງ ທ່າແຕງ ເອັຟຊີ
3. ເມືອງ ລະນາມ ເອັຟຊີ
4. ເມືອງ ດາກຈຶງ ເອັຟຊີ

5. ເມືອງ ກະລືມ ເອັຟຊີ
6. ພອນສະຫວັນ ເອັຟຊີ
7. ອາຄາເດມີ ເອັຟຊີ
8. ສກຂ ເຊກອງ ເອັຟຊີ
ສຳລັບ ຮູບແບບການແຂ່ງຂັນແມ່ນແຂ່ງຂັນພົບກັນໝົດ 2 ຮອບ ໄປກັບ ເຊິ່ງທີມທີ່ຊະນະເລີດ ແມ່ນຈະໄດ້ຮັບຂັນ, ຫຼຽນຄຳ ແລະ ເງິນສົດ 7.000.000 ກີບ; ອັນດັບ 2 ຈະໄດ້ຮັບ ຫຼຽນເງິນ ພ້ອມ ເງິນສົດ 3.000.000 ກີບ. ນອກຈາກນັ້ນ ແມ່ນຈະມີລາງວັນຜູ້ຍິງປະຕູຫຼາຍທີ່ສຸດ ( ດາວຊັນໂວ ) ຮັບເງິນສົດ 500.000 ກີບ ແຂ່ງຂັນທີ່ສະໜາມກິລາກາງແຂວງເຊກອງ.

ຮູບຈາກ: ສະຫະພັນບານເຕະແຂວງເຊກອງ