ການບູລະນະ ແລະ ປະຕິສັງຂອນພັດທະນາສິມາ ວັດພຸດທະວັນນາຣາມ ບ້ານເມືອງກາງ ເມືອງຈໍາປາສັກຈະໃຫ້ສຳເລັດພາຍໃນ 1 ປີ

991

ໃນຕອນເຊົ້າຂອງວັນທີ 9 ກັນຍາ 2021 ຢູ່ວັດພຸດທະວັນນາຣາມ(ວັດບ້ານເມືອງກາງ) ເມືອງຈໍາປາສັກ ແຂວງຈໍາປາສັກ ໄດ້ຈັດພິທີເຊັນສັນຍາໂຄງການບູລະນະ ແລະ ປະຕິສັງຂອນພັດທະນາ ສິມາ.


ເຂົ້າຮ່ວມມີພຣະອາຈານ ສຸວັນ ຈັນທະລາດ ປະທານ ອພສ ແຂວງຈຳປາສັກ,ພ້ອມດ້ວຍເຈົ້າຄະນະ ອພສ ເມືອງ,ມີທ່ານນາງວາດສະໜາ ສີລິມາ ປະທານແນວລາວສ້າງຊາດແຂວງ ,ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງໆຈຳປາສັກ ແລະ ທ່ານຄຳເພັດ ສີພັນດວງ ຜູ້ອຳນວຍການບໍລິສັດຄຳເພັດດວງຈະເລີນກໍ່ສ້າງ-ຂົວທາງຈຳກັດຜູ້ດຽວ.
ໃນພິທີ ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງໆຈຳປາສັກ ໄດ້ຂຶ້ນຜ່ານປະຫັວດຄວາມເປັນມາຂອງວັດພຸດທະວັນນາຣາມ ວັດບ້ານເມືອງກາງ ໂດຍຫຍໍ້.


ຈາກນັ້ນກໍໄດ້ເຊັນສັນຍາ ກັບ ບໍລິສັດ ຄຳເພັດ ດວງຈະເລີນ ກໍ່ສ້າງຂົວ-ທາງຈຳກັດຜູ້ດຽວ ໃນນາມບໍລິສັດຮັບເໝົາກໍ່ສ້າງ.
ໃນການເຊັນຍາໃນຄັ້ງນີ້ ແມ່ນໄດ້ອີງໃສ່ຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈຳປາສັກສະບັບເລກທີ 972 ລົງວັນທີ 31 ສິງຫາ2021ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການບຸລະນະປະຕິສັງຂອນ ວັດບ້ານເມືອງກາງ ເມືອງຈຳປາສັກ ແຂວງຈຳປາສັກ ທີ່ເປ່ເພ ແລະ ຊຸດໂຊມຕາມການເວລາ ເພື່ອບູລະນະສ້ອມແປງຄືນໃໝ່ ໂດຍບໍລິສັດ ຄຳເພັດ ດວງຈະເລີນ ກໍ່ສ້າງ-ຂົວທາງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າບູລະນະປະຕິສັງຂອນ 1 ຕື້ 190 ລ້ານກວ່າກີບ.


ທຶນດັ່ງກ່າວແມ່ນມາຈາກສັດທາພາກສ່ວນໃນສັງຄົມ, ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນແລະຕ່າງປະເທດ ທີ່ມອບເຂົ້າກອງທຶນດັ່ງກ່າວ.ຕາມສັນຍາຈະໄດ້ລົງມືປະຕິສັງຂອນ ໃນກາງເດືອນກັນຍາປີ 2021 ຫາວັນທີ 9 ສິງຫາ 2022, ໃຫ້ສໍາເລັດ ລວມເວລາພາຍໃນ 12 ເດືອນ ຫລື ຫນຶ່ງປີ.

.

ໄຊຍະສິດ ສີຫາວົງ, ຖວທ ເມືອງຈຳປາສັກ