ຈາກຫນຸ່ມທະນາຄານ ສູ່ການປະກວດຊາຍງາມ ໃນເວທີ MISTER GLOBAL LAOS ເຈມ ອະດິສອນ MGL10

553

ເຮົາມາທໍາຄວາມຮູ້ຈັັກກັບອີກຫນຶ່ງຫນຸ່ມ ໃນເວທີປະກວດເຟັ້ນຫາຊາຍງາມທີ່ມີຄວາມພ້ອມທັງຄວາມສາມາດ ແລະ ຮູບຮ່າງຫນ້າຕາ ໃນເວທີ MISTER GLOBAL LAOS 2021  ອະດິສອນ ຫຼວງມຸນິນທອນ ຫລື ເຈມ ໝາຍເລກ MGL10 ຈາກນະຄອນຫຼວງວຽງຈັນ ປັດຈຸບັນປະກອບອາຊີບເປັນພະນັກງານຢູ່ທະນາຄານແຫ່ງໜຶ່ງ.

ຫນຸ່ມເຈມໄດ້ໃຫ້ສໍາພາດ ກັບທີມງານຂ່າວບັນເທີງວ່າ: ປະສົບການຜ່ານມາບໍ່ເຄີຍປະກວດເວທີໃດມາກ່ອນ ສ່ວນໃຫຍ່ຈະເປັນການຖ່າຍແບບອິດສະຫຼະ, ຄວາມໄຝ່ຝັນໃນວົງການບັນເທິງ ແມ່ນຢາກເປັນນາຍແບບທີ່ມີຜົນງານຫຼາກຫຼາຍ ເປັນນາຍແບບທີ່ມີຊື່ສຽງ ແລະ ປະສົບຜົນສຳເລັດໃນເສັ້ນທາງການເດີນແບບ.

ຄະຕິປະຈໍາໃຈທີ່ໃຊ້ມາກັບບຕົນເອງຕະຫລອດແມ່ນ:​ ” ເຮັດໂຕເອງໃຫ້ຄືນໍ້າທີ່ບໍ່ເຕັມແກ້ວ, ພ້ອມຮັບທຸກຄວາມຮູ້ໃໝ່ໆ ປະສົບການໃໝ່ໆ ພັດທະນາຕົວເອງຢູ່ສະເໝີເພື່ອໃຫ້ຕົວເອງເກ່ງຂື້ນ ແລະ ດີຂື້ນໃນທຸກໆມື້’’ ເພາະບໍ່ມີໃຜສົມບູນແບບ ຫລືຮູ້ໄປທຸກເລື່ອງ ສະນັ້ນເຮົາຈະຕ້ອງເປີດໃຈຍອມຮັບໃນຂໍ້ຜິດພາດ ທີ່ໄດ້ຮັບການຕັກເຕືອນ ຫລືແນະນໍາຈາກຄົນອ້ອມຂ້ອງ ເພາະສິ່ງເຫລົ່ານັ້ນແລະ ຈະເຮັດໃຫ້ເຮົາແຂງແກ່ນ ແລະ ມີໄຫວພິບຮອບດ້ານກວ່າເກົ່າ

ສໍາລັບໃນການສະແດງຄວາມສາມາດພິເສດ ສິ່ງທີ່ເຈມ ຢາກຈະໂຊສູ່ສາຍຕາທຸກຄົນແມ່ນ ເປັນການດີດກີຕ້າ, ຮ້ອງເພັງ ເພາະວ່າເວລາວ່າງໆເຈມມັກຈະນັ່ງດິດກີຕ້າ ເພື່ອເປັນການຜ່ອນຄາຍຕົວເອງໄປນຳ ເພາະສຽງເພງຈະເຮັດໃຫ້ເຮົາເພີດເພີນ ແລະ ມີຄວາມສຸກໄປກັບມັນໃນຊົ່ວຂະນະໄດ້.

ຈຸດເດັ່ນຂອງຕົນເອງເຈມຄິດວ່າແມ່ນການ ເປັນຄົນອັດທະຍາໄສດີ, ເປັນກັນເອງ, ເຂົ້າກັບຄົນໄດ້ງ່າຍ, ຮູ້ຈັກປັບໂຕວາງໂຕໃຫ້ເຂົ້າກັບທຸກສະຖານະການ ນອກນີ້ ເຈມຍັງເປັນຄົນທີ່ມີຄວາມພະຍາຍາມກະຕືລືລົ້ນທີ່ຈະພັດທະນາຕົວເອງ ຄິດວ່າສິ່ງເຫຼົ່ານີ້ຈະເປັນຈຸດເດັ່ນຂອງໂຕເອງທີ່ສາມາດເອົາຊະນະໃຈກຳມະການໄດ້.

ເຫດຜົນທີ່ຕັດສິນໃຈລົງປະກວດເວທີນີ້ ຄືດັ່ງທີ່ທຸກຄົນຮູ້ແລ້ວວ່າ MISTER GLOBAL LAOS ເປັນເວທີໃຫ່ຍທີ່ເຟັ້ນຫາໜຸ່ມລາວ ທີ່ມີຮູບຮ່າງ ໜ້າຕາທີ່ດີແລ້ວ ຍັງຕ້ອງພຽບພ້ອມໃນເລື່ອງຂອງຄວາມຮູ້ຄວາມສາມາດໄປນຳ ສະນັ້ນ, ສຳລັບການກຽມຕົວຫຼັກໆ ແມ່ນໂຕເຈມເອງຈະກຽມຕົວໃນເລື່ອງຂອງການຊອກຫາຄວາມຮູ້ໃໝ່ໆ ກະກຽມເລື່ອງຂອງທັດສະນະຄະຕິທີ່ດີ ແລະ ກະກຽມເລື່ອງຂອງຮູບຮ່າງໃຫ້ດີ ເພື່ອໃຫ້ຕົວເຈມເອງມີຄວາມພ້ອມທີ່ສຸດ ສຳລັບເວທີ ອັນຍິ່ງໃຫ່ຍນີ້.

ໃນເລື່ອງຂອງການຊ່ວຍເຫລືອສັງຄົມ ປະສົບການທີ່ຜ່ານມາໂດຍສ່ວນໃຫຍ່ແມ່ນ ເຈມ ຈະເປັນອາສາສະໝັກຂອງກຸ່ມທີ່ລະດົມທືນຫາທືນ ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ຢູ່ເຂດຊົນນະບົດ, ບໍ່ວ່າຈະເປັນການສ້າງໂຮງຮຽນ ການສົ່ງຕໍ່ເຂົ້າສານອາຫານແຫ້ງທີ່ໄດ້ຮັບຈາກການລະດົມທືນໃຫ້ພື້ນທີ່ດັ່ງກ່າວ ແລະ ປັດຈຸບັນ ຖ້າມີໂອກາດກະມັກຈະຫາທາງລະດົມທືນໄປຊ່ວຍຢູ່ເລື້ອຍໆ.

ກິດຈະກຳຍາມວ່າງທີ່ມັກເຮັດແມ່ນ ຫຼີ້ນກິລາ ເຊັ່ນວ່າ: ເຕະບານ ແລະ ຫຼີ້ນຟິດເນັດ, ນອກຈາກນັ້ນກໍ່ເປັນການຫຼີ້ນ ກີຕ້າ ຮ້ອງເພັງ, ໃນສ່ວນຂອງການແຕ່ງຕົວແມ່ນເຈມຈະແຕ່ງໂຕໄດ້ທຸກແນວ ແຕ່ຈະອີງເຖິງຄວາມເໝາະສົມ ກາລະເທສະກັບສະຖານທີ່ ຫຼື ງານທີ່ເຮົາຈະໄປຫຼາຍກວ່າ. ສຸດທ້າຍນີ້ ຂໍຝາກເຖິງພໍ່ແມ່ພີ່ນ້ອງ ອ້າຍເອື້ອຍນ້ອງຝາກເຊຍ ເຈມ MGL10 ເຈມເອງຈະເຮັດໃຫ້ເຕັມທີ່ສຸດຄວາມສາມາດໃຫ້ສົມກັບເປັນ 1 ໃນ 12 ຄົນຂອງ MISTER GLOBAL LAOS ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງເຈມໄດ້ຜ່ານທາງ ເຟສບຸກ Adisone Luangmuninthone.

ຮູບ: Adisone Luangmuninthone