ລັດຖະບານ ອະນຸຍາດໃຫ້ 6ບໍລິສັດ ດຳເນີນການທົດລອງຂຸດ,​ນຳໃຊ້ ແລະ ຊື້-ຂາຍຄຣິບໂຕ ຢູ່​ສປປລາວ

2780

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ1158/ຫສນຍ ລົງວັນທີ9ກັນຍາ 2021, ເລື່ອງ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີທິດຊີ້ນໍາ ກ່ຽວກັບຜົນການຄົ້ນຄວ້າ ການທົດລອງຂຸດບິດຄອຍ, ການຂໍເຊັນສັນຍາຊື້-ຂາຍພະລັງງານໄຟຟ້າ ກັບບໍລິສັດທີ່ໃຫ້ເງື່ອນໄຂຕ້ານລາຄາໄຟຟ້າສູງສຸດ ເພື່ອນໍາໃຊ້ເຂົ້າໃນຂະແຫນງກິດຈະການ Data Processing ຫຼື ການຂຸດບໍ່ດີຈີຕອນ (Crypto Currency).

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: “ເພື່ອໃຫ້ດໍາເນີນການໄດ້ໄວ (ບໍ່ເສຍໂອກາດ) ຈຶ່ງໃຫ້ຈັດຕັ້ງປະຕິບັດ ດັ່ງນີ້:

1). ເຫັນດີອະນຸມັດໃຫ້ ບໍລິສັດ ຈໍານວນຫນຶ່ງເຮັດທົດລອງກ່ຽວກັບການຂຸດ, ການນໍາໃຊ້, ການຊື້-ຂາຍເງິນຄຣິບໂຕ ຢູ່ ສປປ ລາວ ໃນນີ້ລວມທັງ ບໍລິສັດ ວາບປ ດາຕາ ເຕັກໂນໂລຊີ ລາວ ຈໍາກັດຜູ້ດຽວ ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ໄດ້ດໍາເນີນມາໄລຍະຫນຶ່ງ ແລ້ວນັ້ນ ໃຫ້ເຂົ້າສູ່ຂະບວນການຄຸ້ມຄອງຂອງອົງການກ່ຽວຂ້ອງຂອງລັດຢ່າງເປັນທາງການ.

ພ້ອມທັງຮັບຮອງຕື່ມອີກ 5 ບໍລິສັດ :  ບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ຈໍາກັດ,  ບໍລິສັດ ສີສະເກດກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ບໍລິສັດ ບຸຜາ ພັດທະນາກໍ່ສ້າງເຄຫາສະຖານຂົວທາງ ແລະ ສໍາຫຼວດອອກແບບ ຈໍາກັດຜູ້ດຽວ, ທະນາຄານຮ່ວມພັດທະນາ ຈໍາກັດ ແລະ ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ.


2). ມອບໃຫ້ກະຊວງຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງສົມທົບກັບ ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງປ້ອງກັນຄວາມສະຫງົບ ແລະ ລັດ ວິສາຫະກິດໄຟຟ້າລາວ ຄົ້ນຄວ້າຮ່າງກົດລະບຽບການຄຸ້ມຄອງ ແລະ ມາດຖານເງື່ອນໄຂຕ່າງໆ ໃນການເຮັດທົດລອງ ສໍາລັບ ການອະນຸຍາດໃຫ້ຂຸດຄົ້ນ ແລະ ຊື້-ຂາຍເງິນຄຣິບໂຕຢູ່ ສປປ ລາວ (ຄ້າຍຄືຮູບແບບຂອງການເຮັດທົດລອງແຮ່ເຫຼັກ). ພ້ອມ ດຽວກັນນັ້ນ, ຂະແຫນງການ ແລະ ອົງການທີ່ກ່ຽວຂ້ອງຂ້າງເທິງ ກໍເປັນເຈົ້າການຄົ້ນຄວ້າ ແລະ ກໍານົດພາລະບົດບາດ, ສິດຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕົນ ເພື່ອນໍາສະເຫນີທ່ານ ນາຍົກ-ຮອງນາຍົກລັດຖະມົນຕີ ພິຈາລະນາ.