ແຈ້ງປັບຂຶ້ນລາຄາກາຊວນ ແຕ່ແອັດຊັງຍັງຮັກສາໄວ້ຄືເກົ່າ

475

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 0843/ອຄ, ລົງວັນທີ 10 ກັນຍາ 2021 ກ່ຽວກັບການແຈ້ງປັບຂຶ້ນ ລາຄາຂາຍຍ່ອຍໜ້າປ້ຳສຳລັບນໍ້າມັນກາຊວນໃນຂອບເຂດທົ່ວປະເທດຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 11 ກັນຍນີ້ເປັນຕົ້ນໄປ.


ໂດຍການປັບລາຄາໃໝ່ໃນຄັ້ງນີ້ແມ່ນໄດ້ປັບຂຶ້ນສະເພາະລາຄານໍ້າມັນກາຊວນ 200 ກີບ/ລິດ, ສ່ວນນໍ້າມັນແອັດຊັງພິເສດ ແລະ ນໍ້າມັນແອັດຊັງທໍາມະດາຍັງຮັກສາລາຄາເກົ່າຕາມແຈ້ງການສະບັບເລກທີ 0791/ອຄ, ສໍາລັບລາຄາໃໝ່ ແມ່ນໃຫ້ເລີ່ມປະຕິບັດແຕ່ເລາລາ 6:00ໂມງ ຂອງວັນທີ 11 ກັນຍາ 2021 ໃນຂອບເຂດທົ່ວປະເທດ.

ຫຼັງຈາກປັບລາຄາໃໝ່ເຮັດໃຫ້ກາຊວນຢູ່ນະຄອນຫຼວງວຽງຈັນຂາຍທີ່ 8.910 ກີບ, ອຸດົມໄຊ 9.390 ກີບ, ຫຼວງພະບາງ 9.280 ກີບ, ສະຫວັນນະເຂດ 8.940 ກີບ, ຈຳປາສັກ 8.970 ກີບ, ແຂວງອັດຕະປື 9.150 ກີບ ແລະແຂວງໄຊສົມບູນ 9.190 ກີບຕໍ່ລິດ.


ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0670/ກຄພນ, ລົງວັນທີ 10 ກັນຍາ 2021 ຈົນກວ່າຈະມີການປ່ຽນແປງ. ທັ້ງນີ້, ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0791//ອຄ ລົງວັນທີ 25 ສິງຫາ 2021.