ແທັກຊີໄຟຟ້າໂລກ້າ ມີໃຫ້ບໍລິການ ໃນນະຄອນຫຼວງວຽງຈັນແລ້ວ

1136

ປາກົດການໃໝ່ໃນປະເທດລາວ ໂດຍຈະມີລົດແທັກຊີໄຟຟ້າໃຫ້ບໍລິການປະຊາຊົນໃນນະຄອນຫຼວງວຽງຈັນ ຕັ້ງເປົ້າໃນປີ 2022 ຈະໃຫ້ບໍລິການ 100 ຄັນ, ຫຼ້າສຸດ ບໍລິສັດໂລກ້າ ຈໍາກັດ ໄດ້ເຊັນສັນຍາກັບ ບໍລິສັດ ໂມກ ຈໍາກັດ ( BYD Laos ) ບີວາຍດີ ໃນການນໍາໃຊ້ລົດໄຟຟ້າ ບີວາຍດີ ລຸ້ນ ອີ 2 ເຂົ້າມາແລ່ນຮັບໃຊ້ປະຊາຊົນໃນນະຄອນຫຼວງວຽງຈັນ.

ພິທີເຊັນສັນຍາມີຂຶ້ນວັນທີ 10 ກັນຍາ 2021 ທີ່ຫ້ອງຂາຍລົດ ບີວາຍດີ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິໂຍ ວົງດາລາ ອໍານວຍການ ບໍລິສັດ ໂລກ້າ, ທ່ານ ນາງ Mango Wan ຜູ້ອໍານວຍການ ບໍລິສັດ ໂມກ ຈໍາກັດ ມີຜູ້ຕາງໜ້າຈາກສອງພາກສ່ວນເຂົ້າຮ່ວມ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດຕົວໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນ ຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ.

ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ ເພື່ອສະແດງໃຫ້ຜູ້ສ້າງຂອບນະໂຍບາຍ ແລະ ໃຫ້ຜູ້ບໍລິໂພກໄດ້ເຫັນວ່າລົດໄຟຟ້ານັ້ນແທດເໝາະກັບຕະຫຼາດບ້ານເຮົາຫຼາຍ ແລະ ຕອບໂຈດດັ່ງວິໄສທັດຂອງປະເທດທີ່ວ່າເປັນແບັດເຕີຣີຂອງອາຊຽນ.

ໃນໂຄງການດັ່ງກ່າວ, ໂລກ້າຢາກໃຫ້ທຸກຄົນໄດ້ເຫັນວ່າໄລຍະທາງທີ່ລົດໄຟຟ້າສາມາດແລ່ນໄດ້ໃນປັດຈຸບັນນັ້ນບໍ່ແມ່ນອຸປະສັກເລີຍ, ນອກນັ້ນຍັງຈະຊ່ວຍໃຫ້ຄົນຂັບບໍລິການແທັກຊີໂລກ້າໄດ້ກຳໄລຫຼາຍຂຶ້ນ ເນື່ອງຈາກຕົ້ນທຶນຂອງລົດໄຟຟ້າຈະຕ່ຳກວ່າລົດທົ່ວໄປທີ່ໃຊ້ນໍ້າມັນ.

ລົດ BYD E2 ເປັນລຸ້ນທີ່ຈະໃຊ້ໃນການທົດລອງນຳໃຊ້ໃນໂຄງການດັ່ງກ່າວ ເຊິ່ງລົດລຸ້ນດັ່ງກ່າວແມ່ນລົດທີ່ມີຂາຍທົ່ວໄປ ລາຄາ 24.000 ໂດລາ ສາມາດແລ່ນໄປໄກໄດ້ເຖິງ 305 km ຕໍ່ການສາກໄຟຄັ້ງໜຶ່ງ ພ້ອມທັງເປັນລົດໄຟຟ້າທີ່ລາຄາເໝາະກັບຕະຫຼາດບ້ານເຮົາທີ່ສຸດໃນຕອນນີ້ ເຊິ່ງທັງສອງບໍລິສັດໄດ້ຈັດໂຄງການນີ້ຂຶ້ນມາພ້ອມກັບນະໂຍບາຍພິເສດຮ່ວມກັນ ເຊັ່ນ: ຊ່ວຍໃນເລື່ອງການເຂົ້າເຖິງສິນເຊື່ອ, ມີທຶນອຸດໜູນ, ມີສ່ວນຫຼຸດພິເສດ ແລະ ບໍລິການຫຼັງການຂາຍຈາກ ບີວາຍດີ.

ທ່ານ ສຸລິໂຍ ວົງດາລາ ກ່າວວ່າ: ຫຼັງຈາກທີ່ໄດ້ນຳໃຊ້ລົດໄຟຟ້າດ້ວຍຕົນເອງ, ເລື່ອງໄລຍະທາງໃນການເດີນທາງກໍບໍ່ມີບັນຫາໃດໆເລີຍ ເຖິງວ່າບ້ານຂອງເພິ່ນຢູ່ແຂວງວຽງຈັນ ເຊິ່ງຫ່າງຈາກນະຄອນຫຼວງຢູ່ 70 ກິໂລແມັດ ຕັ້ງແຕ່ໄດ້ຫັນມາໃຊ້ລົດໄຟຟ້າກໍຍັງບໍ່ມີປັນຫາໃນການເດີນທາງໄປ – ມາ.

ທ່ານ ສຸລິໂຍ ວົງດາລາ ກໍຍັງໄດ້ໃຫ້ຄຳຄິດເຫັນຕື່ມອີກວ່າ: ຫຼັງຈາກໄດ້ຊື້ລົດໄຟຟ້າມາຂັບເອງ ກໍບໍ່ຢາກກັບໄປໃຊ້ລົດທີ່ໃສ່ນ້ຳມັນຄືເກົ່າເລີຍ ເພາະລົດໄຟຟ້າຊ່ວຍໃຫ້ປະຢັດຄ່ານ້ຳມັນໄດ້ຫຼາຍ ແລະ ກໍຫວັງວ່າຈະຊ່ວຍປະຢັດເງິນໃຫ້ແກ່ຄົນຂັບແທັກຊີຂອງໂລກ້າທີ່ຈະຫັນມາເປັນລົດໄຟຟ້າ ເພາະລົດ BYD E2 ໃຊ້ເງິນຄ່າໄຟຟ້າປະມານ 45.000 ກີບ ໃນການສາກໄຟຈາກ 0 – 100% ( 35KWh ) ແລະ ສາມາດເດີນທາງໄດ້ 305 ກິໂລແມັດ.

ປັດຈຸບັນໂລກ້າ ໄດ້ກາຍເປັນຜູ້ໃຫ້ບໍລິການຂົນສົ່ງມວນຊົນທີ່ໃຫຍ່ທີ່ສຸດຂອງປະເທດລາວ ເຊິ່ງໄດ້ເປີດໃຫ້ບໍລິການແລ້ວຢູ່ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ແຂວງ ຈຳປາສັກ ມີຄົນຂັບລົດໂລກ້າ 500 ຄົນ ເຊິ່ງການເຊັນສັນຍາຄັ້ງນີ້ຈະທົດລອງນໍາໃຊ້ລົດໄຟຟ້າ 2 ຄັນ, ຫຼັງຈາກນັ້ນຈະຕໍ່ຍອດຂຶ້ນໄປໃຫ້ໄດ້ 100 ຄັນ ໃນປີ 2022.

ຫຼ້າສຸດ, ບໍລິສັດໂລກ້າກໍຍັງເປັນບໍລິສັດສະຕາດອັບ ແລະ ທຸລະກິດຂະໜາດນ້ອຍທຳອິດຂອງລາວທີ່ຢູ່ໃນລາຍຊື່ 100 ບໍລິສັດຂອງເອເຊຍທີ່ໜ້າຕິດຕາມຂອງ ຟອບ ເອເຊຍ.